
ເມືອງກະລຶມ ແຂວງເຊກອງ ເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງຢ່າງເປັນທາງການ
1st January 2020ພິທີປະກາດ ເມືອງກະລຶມ ແຂວງເຊກອງ ເປັນເມືອງ ຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ໄດ້ຈັດຂື້ນໃນວັນທີ 30 ທັນວານີ້ ທີ່ສະໂມສອນເມືອງດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ, ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳສັງຄົມຂັ້ນແຂວງ, ທ່ານ ຄຳໄພ ສິມມະວັດ ວ່າການຫົວໜ້າພະແນກສຶກສາທິການແລະກິລາແຂວງເຊກອງ,ມີທ່ານ ອໍບົວລາ ອ່ອນມະໄລວົງ ວ່າການເຈົ້າເມືອງ-ເມືອງກະລຶມ, ມີຄະນະປະຈຳພັກແຂວງ,ຄະນະປະຈຳພັກເມືອງກະລຶມ-ເມືອງຕະໂອ້ຍ ແຂວງສາລະວັນ ພ້ອມດ້ວຍພະແນກການອອ້ມຂ້າງແຂວງ, ຫ້ອງການອອ້ມຂ້າງເມືອງເຂົ້າຮ່ວມ,
ກ່ອນອື່ນໃນພິທີ ໄດ້ຮັບຟັງການລາຍງານ ການຈັດຕັ້ງການຮຽນ-ການສອນບຳລຸງຍົກລະດັບການສຶກສາຊັ້ນມັດທະຍົມຕອນຕົ້ນຂອງເມືອງກະລຶມ ຈາກທ່ານ ອຸດົມສຸກ ບຸດສວນທຽນ ຮອງເລຂາພັກເມືອງກະລຶມ ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳສັງຄົມຂັ້ນເມືອງ ໂດຍຍົກໃຫ້ເຫັນວ່າ: ເມືອງກະລຶມເປັນເມືອງພູດອຍ ທຸລະກັນດານ ມີເນື້ອທີ່ທັງໝົດ 3ແສນ 69 ພັນ 700 ເຮັກຕາ,ມີພູດອຍສູງຊັນກວມ 95%, ພູພຽງກວມ 5%, ມີພົນລະເມືຶອງທັງໝົດ 18 ພັນກວ່າຄົນ,ຍິງ 7ພັນກວ່າຄົນ,ມີ 3ພັນ 239 ຄອບຄົວ,ມີ2 ພັນ850 ຫຼັງຄາເຮືອນ, ມີ53ບ້ານ,ແບ່ງອອກເປັນ 7ກຸ່ມບ້ານ, ມີ 4ເຜົ່າຢູ່ຮ່ວມກັນຄື: ເຜົ່າກຼຽງ,ກະຕູ່, ຈະຕ໋ອງ ແລະເຜົ່າຕະໂອ້ຍ, ລາຍຮັບທົ່ວເມືອງສະເລ່ຍ 360 ໂດລາ/ຄົນ/ປີ,
ມີປະຊາກອນອາຍຸ 15-40 ທັງໝົດ 6ພັນ 879 ຄົນ,ຍິງ 3ພັນ277ຄົນ,ໃນນີ້ບໍ່ຮູ້ໜັງສືພຽງ 133ຄົນ,ຍິງ80ຄົນ, ຮຽນຈົບປະຖົມ 6ພັນ 746 ຄົນ,ຍິງ 3ພັນ 197ຄົນ, ເທົ່າກັບ 98,06%, ຮຽນຈົບມັດທະຍົມສຶກສາຕອນຕົ້ນສາມັນ 3ພັນ664 ຄົນ,ຍິງ 1ພັນ903ຄົນ, ກຸ່ມເປົ້າໝາຍຮຽນ ມໍຕົ້ນບຳລຸງ 1ພັນ 69ຄົນ,ຍິງ 381ຄົນ, ສອບເສັງຈົບມໍຕົ້ນບຳລຸງໄດ້ 995 ຄົນ,ຍິງ 346ຄົນ, ເທົ່າກັບ 93,07%, ທົ່ວເມືອງກະລຶມມີໂຮງຮຽນມັດທະຍົມສຶກສາຕອນຕົ້ນທັງໝົດ 3ແຫ່ງ, ມີ 25ຫ້ອງຮຽນ, ມີນັກຮຽນທັງໝົດ 1ພັນ 42 ຄົນ,ຍິງ 444ຄົນ,ມີຄູ-ອາຈານສອນທັງໝົດ 39ຄົນ,ຍິງ 10ຄົນ,
ມີອັດຕາເຂົ້າຮຽນລວມ 59%,ອັດຕາເລື່ອນຂັ້ນ 87,25%,ອັດຕາຄ້າງຫ້ອງ 2,1%,ອັດຕາປະລະການຮຽນ 10% ແລະອັດຕາຈົບຊັ້ນ 74%, ຜ່ານການຈັດປະຕິບັດການຮຽນ-ການສອນຕົວຈິງມາຮອດສົກຮຽນ 2018-2019 ສາມາດປະກາດເປັນບ້ານຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງປະຊາຊົນ 46ບ້ານ ເທົ່າກັບ 86%,ຂອງຈຳນວນບ້ານທັງໝົດ,ມີເປົ້າໝາຍເຂົ້າຮຽນທັງໝົດ 995 ຄົນ,ຍິງ346ຄົນ ແລະສາມາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງປະຊາຊົນມີຈຳນວນ 995ຄົນ,ຍິງ346ຄົນ ເທົ່າກັບ 100%,
ໃນໂອກາດນີ້ ທ່ານ ຄຳໄພ ສິມມະວັດ ວ່າການຫົວໜ້າພະແນກສຶກສາທິການແລະກິລາແຂວງເຊກອງ ກໍ່ໃຫ້ກຽດຜ່ານ ມະຕິຕົກລົງ ຂອງກະຊວງສຶກສາທິການແລະກິລາ ສະບັບເລກທີ141/ກສນ, ລົງວັນທີ 26ທັນວາ 2019 ວ່າດ້ວຍການສຳເລັດການສຶກສາຊັ້ນມັດທະຍົມຕອນຕົ້ນລະບົບບຳລຸງ, ຫຼັງຈາກນັ້ນ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ ກໍ່ໃຫ້ກຽດມອບໃບຢັ້ງຢືນ ເມືອງກະລຶມເປັນເມືອງຈົບມັດທະຍົມສຶກສາຕອນຕົ້ນບຳລຸງ ແລະກ່າວຮັບໂດຍ ທ່ານ ອໍບົວລາ ອ່ອນມະໄລວົງ ວ່າການເຈົ້າເມືອງ-ເມືອງກະລຶມ ພ້ອມນີ້ການນຳຂັ້ນກະຊວງ,ຂັ້ນແຂວງແລະຂັ້ນເມືອງ ກໍ່ໄດ້ເປີດປ້າຍເມືອງກະລຶມເປັນເມືອງຈົບມັດທະຍົມສຶກສາຕອນຕົ້ນບຳລຸງຢ່າງເປັນທາງການ ແລະລັ່ນຄ້ອງ 9ບາດເພື່ອເປັນສິລິມຸງຄຸນຕື່ມອີກ.
ຂ່າວ: ກາດແກ້ວ