
ສະໝັກເລີຍ! ບໍລິສັດ ລາວເວີນ ມະຫາຊົນ ປະກາດຮັບພະນັກງານຫຼາຍຕໍາແໜ່ງ
14th May 2020ນັບວ່າເປັນຂ່າວດີສໍາລັບໃຜທີ່ກໍາລັງຫວ່າງວຽກ, ບໍ່ມີວຽກເຮັດ ຫຼື ຕ້ອງການປ່ຽນວຽກຢູ່ ເນື່ອງຈາກບໍລິສັດລາວເວີນ ມະຫາຊົນປະກາດຮັບສະໝັກເພື່ອຮ່ວມງານຈໍານວນຫຼາຍຕໍາແໜ່ງ ແຕ່ຕ້ອງຮີບມາສະໝັກເພາະກໍານົດປິດຮັບໃນວັນທີ 20 ພຶດສະພາ 2020 ນີ້ເທົ່ານັ້ນ.
ຕໍາແໜ່ງເພື່ອນຮ່ວມງານທີ່ຕ້ອງການມີຄື
1 ຜູ້ຈັດການທົ່ວໄປ ສູນວາງສະແດງ ແລະ ງານລ້ຽງ 1 ຕໍາແໜ່ງ
2 ຜູ້ຈັດການທົ່ວໄປ ສວນນ້ຳໄອເຕັກ 1 ຕໍາແໜ່ງ
3 ຜູ້ຈັດການພະແນກ ບໍລິຫານ 1 ຕໍາແໜ່ງ
4 ຫົວໜ້າຂະແໜງ ການຂາຍ ແລະ ການບໍລິການ 1 ຕໍາແໜ່ງ
5 ຫົວໜ້າຂະແໜງ ຈັດກິດຈະກຳ 1 ຕໍາແໜ່ງ
6 ວິຊາການຂາຍ ແລະ ການຕະຫຼາດ 1 ຕໍາແໜ່ງ
7 ວິສະວະກອນກໍ່ສ້າງ 1 ຕຳແຫນ່ງ
8 ພະນັກງານ ປະຊາສຳພັນ 1 ຕໍາແໜ່ງ
9 ພະນັກງານ ເເຄັດເຊຍສູນອາຫານ 1 ຕໍາແໜ່ງ
10 ພະນັກງານ ສ້ອມແປງລິບ ແລະ ຂັ້ນໄດເລື່ອນ 1 ຕໍາແໜ່ງ
11 ພະນັກງານ ກາດປະຈຳສວນນ້ຳ 3 ຕຳແໜ່ງ
12 ພະນັກງານ ຮັກສາຄວາມປອດໄພ 6 ຕຳແໜ່ງ
13 ພະນັກງານ ຈອດເຫລັກ 1 ຕໍາແໜ່ງ
ສ່ວນໜ້າທີ່ຮັບຜິດຊອບ ໃນຕຳແໜ່ງ 1-3 ແມ່ນຄຸ້ມຄອງ ແລະ ບໍລິຫານບັນດາໜ້າວຽກໃນພາກສ່ວນທີ່ຕົນຮັບຜິດຊອບ, ສາມາດວິເຄາະຕະຫຼາດ ແລະ ສ້າງແຜນການຕະຫຼາດໄລຍະຍາວ.
ຕຳແໜ່ງ 4-6 ແມ່ນພົວພັນກັບລູກຄ້າ ແລະ ວາງແຜນການຕະຫຼາດໃນການດຶງດູດລູກຄ້າເຂົ້າມາ
ຕຳແໜ່ງ 7-13 ແມ່ນເຮັດວຽກຕາມຄວາມຮັບຜິດຊອບຂອງຕົນ ແລະວຽກອື່ນໆ ທີ່ຖຶກມອບໝາຍຈາກຫົວໜ້າພະແນກນັ້ນໆ
ດ້ານເງື່ອນໄຂຜູ້ສະຫມັກ ຕໍາແໜ່ງ 1-6 ຕ້ອງມີປະສົບການເຮັດວຽກ 2-3 ປີຂຶ້ນໄປ; ຕໍາແໜ່ງ 7-12 ຕ້ອງມີປະສົບການເຮັດວຽກ 1 ປີຂຶ້ນໄປ; ຈົບວິຊາຊີບ ຫລື ຊັ້ນກາງຂື້ນໄປ ໃນສາຂາ ວິຊາທີ່ກ້ຽວຂ້ອງ
ຫາກທ່ານໃດທີ່ສົນໃຈ ກະລຸນາສົ່ງເອກະສານສະໝັກ ຫຼື CV ໄດ້ທີ່ Email: hr@laoworldpublic.com ຫຼື ຍື່ນໂດຍກົງ ທີ່ ພະແນກບຸກຄະລາກອນ ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ), ບ້ານ ໂພນທັນເໜືອ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ, ເບີໂທລະສັບ 021 415477; 020 7617 2151 ປິດຮັບສະຫມັກ ວັນທີ 20 ພຶດສະພາ 2020 ນີ້.