
ຄິວລົດສາຍໃຕ້ພ້ອມ ອະນາໄມສະອາດພ້ອມກຽມລົດໂດຍສານ ຮອງຮັບຜູ້ເດີນທາງ 18 ພຶດສະພານີ້
17th May 2020ແອັດມິນໄດ້ແຈ້ງໄປແລ້ວກ່ອນໜ້ານີ້ວ່າສະຖານີໂດຍສານສາຍໃຕ້ຈະກັບມາເປີດໃຫ້ບໍລິການໃນວັນທີ 18 ພຶດສະພາ 2020 ເຊິ່ງກົງກັບວັນຈັນທີ່ກໍາລັງຈະມາເຖິງນີ້ ຫຼັງລັດຖະບານປະກາດໃຫ້ເລີ່ມເປີດການສັນຈອນພາຍໃນປະເທດ ຂ້າມແຂວງໄດ້ດ້ວຍໂດຍສານທຸກປະເພດ ເຊິ່ງເປັນອີກມາດຕະການຜ່ອນຜັນທີ່ໃຫ້ປະຕິບັດຈົນຮອດ 1 ມິຖຸນາ 2020.
ສະອາດຕາ ຜູ້ໃຊ້ບໍລິການໝັ້ນໃຈໄດ້
ມາຮອດປັດຈຸບັນ ຄິວລົດສາຍໃຕ້ກຽມພ້ອມເຄຍທຸກຢ່າງ ທໍາຄວາມສະອາດ ອານາໄມ ເພື່ອກຽມຄວາມພ້ອມໃຫ້ບໍລິການ ຂົນສົ່ງຜູ້ໂດຍສານ ໄປ-ມາ ຫາສູ່ກັນ.
ພ້ອມແຈ້ງອີກຄັ້ງວ່າວັນທີ 18 ພຶດສະພາ 2020 ເລີ່ມເປີດບໍລິການນັບເເຕ່ 4:00ໂມງເຊົ້າ ເປັນຕົ້ນໄປ, ສໍາລັບບັນດາສະມາຊິກລົດຕ່າງເເຂວງທີ່ຂື້ນມາເເຕ່ພາກໃຕ້ໃນວັນທີ 17 ພຶດສະພາ ກໍ່ຄືມື້ນີ້ ກໍ່ສາມາດເຂົ້າໃຊ້ບໍລິການ ເເລະ ຈອດລໍຖ້າ ໃນສະຖານີໄດ້ເລີຍ, ສ່ວນລົດສາຍຕ່າງປະເທດ ສ ສ ຫວຽດນາມ ເເມ່ນຍັງປິດບໍລິການໄປຕື່ມ ເນື່ອງຈາກຊາຍເເດນເເຕ່ລະເເຫ່ງເເມ່ນຍັງປິດຢູ່.
ເຄລຍພື້ນທີ່ພ້ອມຮອງຮັບລົດໂດຍສານ