
ສະດວກໄປອີກ ອີກຈັກໜ່ອຍເຮົາກໍຈະສາມາດໃຊ້ເງິນກີບ ຜ່ານ e-Wallet ຈ່າຍຊື້ເຄື່ອງຢູ່ Big C ປະເທດໄທໄດ້
2nd January 2020Big C ປະເທດໄທເປີດ e-Walletຮອງຮັບສະກຸນເງິນ 4 ປະເທດ (ລວມສະກຸນເງິນກີບ) ສາມາດຊື້ເຄື່ອງຜ່ານແອຟເທິງມືຖືໄດ້ທຸກສາຂາທັງ Big C Shopping Center ແລະ ຮ້ານສະດວກຊື້ Mini Big C ທັງໃນແລະຕ່າງປະເທດ
ປະທານຜູ້ບໍລິຫານຝ່າຍປະຕິບັດການ ບິກຊີ ເຊັນເຕີເປີດເຜີຍວ່າ ໄດ້ສ້າງແອບພລິເຄຊັນໃໝ່ Big C TH ຊຶ່ງເປັນແອັບລວມຟັງຊັນ Big Card Online ລວມມີການສະສົມແຕ້ມແລະແຈ້ງໂປຮໂມຊັນສິດຜົນປະໂຫຍດຂອງການເປີດສະມາຊິກ Big Card,Big C
Shopping Online
ແລະ ຫຼ້າສຸດມີ Big Wallet ຊຶ່ງແມ່ນກະເປົາເງິນອີເລັກໂຕຮນິກໃຫ້ລູກຄ້າໄດ້ຊໍາລະເງິນແບບງ່າຍດາຍຂຶ້ນກ່ວາເກົ່າ.
Big Wallet ນີ້ຄາດວ່າ ຈະເປີດໃຫ້ນໍາໃຊ້ຢູ່ ລາວ ແລະກໍາປູເຈຍ ໃນຕົ້ນປີ 2020 ແລະໃນທ້າຍປີ 2020ລູກຄ້າສາມາດໃຊ້ເງິນກີບຜ່ານe-Wallet ມາຈັບຈ່າຍຊື້ເຄື່ອງຢູ່ Big C ປະເທດໄທໄດ້ໂດຍບໍ່ຈໍາເປັນຕ້ອງໄປແລກເງິນຢູ່ທະນາຄານໃຫ້ເສຍເວລາ.
.
ທີ່ມາ lao youth radio