
ຂ່າວດີ! ໂຮງຮຽນຮາກແກ້ວ ປະກາດຮັບສະໝັກຄູຫຼາຍຕໍາແໜ່ງ
20th May 2020ເປັນຂ່າວດີໃຫ້ກັບນັກສຶກສາຈົບໃໝ່ ຫຼື ຈົບດົນແລ້ວແຕ່ຍັງບໍ່ທັນໄດ້ວຽກ ຫຼື ຢາກປ່ຽນວຽກ ສໍາລັບຜູ້ທີ່ຈົບສາຍກ່ຽວຂ້ອງໂດຍສະເພາະກໍ່ແມ່ນຄູ ເນື່ອງຈາກໂຮງຮຽນຮາກແກ້ວ ປະກາດຮັບສະໝັກຄູສອນຫຼາຍຕໍາແໜ່ງ, ສະນັ້ນຫາກໃຜສົນໃຈ ສະໝັກດ່ວນ ຢ່າຊ້າ ເພາະວິກິດແບບນີ້ ໂອກາດບໍ່ໄດ້ມາຕະຫຼອດ.
ເຊິ່ງໂຮງຮຽນ ຮາກແກ້ວ ຕ້ອງການເພື່ອນຮ່ວມງານໃນຕຳແໜ່ງຕ່າງໆດັ່ງນີ້ :
1 ວິຊາການຄູລາວ ຊັ້ນປະຖົມ ແລະ ມັດທະຍົມ.
2 ຄູສອນຊັ້ນປະຖົມສຶກສາ.
3 ຄູສອນວິຊາ ພູມສາດ, ເຄມີສາດ, ຄະນິດສາດ, ຟີຊິກສາດ ຊັ້ນມັດທະຍົມ.
4 ພະນັກງານບໍລິຫານຫ້ອງການ (ສາມາດເວົ້າພາສາອັງກິດ ແລະ ມີຄວາມຮູ້ດ້ານໄອທີ)
ເອກະສານປະກອບມີ: ໃບຊີວະປະຫວັດຫຍໍ້; ໃບປະກາດຊະນີຍະບັດຈົບວິຊາທີ່ກ່ຽວຂ້ອງ; ໃບຢັ້ງຢືນການຜ່ານງານ ( ຖ້າມີ ); ໃບຢັ້ງຢືນທີ່ຢູ່; ສຳເນົາບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ; ໃບແຈ້ງໂທດ; ໃບກວດສຸຂະພາບ ສ່ວນການເປີດຮັບສະໝັກແມ່ນເລີ່ມແຕ່ມື້ນີ້ຈົນເຖິງວັນທີ 18 ມີນາ 2020.
ຫາກທ່ານໃດສົນໃຈສາມາດຕິດຕໍ່ສົ່ງເອກະສານ ແລະ ປະກອບແບບຟອມໄດ້ໃນວັນ ແລະ ໂມງລັດຖະການ ຕາມລາຍລະອຽດດັ່ງລຸ່ມນີ້: ໂຮງຮຽນຮາກແກ້ວ, ບ້ານ ທົ່ງກາງ, ຮ່ອມ 11; ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ໂທ
021 – 315772
020 – 58614518
020 – 55629086
Email: oraxonev@hotmail.com