
ໜ້າເຫັນໃຈ ຕ້ອງສົ່ງນັກທ່ອງທ່ຽວ ແລະແຮງງານ 300 ກວ່າຄົນກັບສູ່ ສປ ຈີນ
20th May 2020ໂຄວິດມາຄາວນີ້ບໍ່ທຳມະດາເລີຍ ເຮັດໃຫ້ຫຼາຍໆຄົນໃນທົ່ວໂລກດຳລົງຊີວິດຢ່າງຍາກລຳບາກຈັກຈະຕົກວຽກ, ຫາເງິນບໍໄດ້ໄປໃສກໍ່ຕ້ອງກວດສອບເຄັ່ງຄັດ ໜັກໄປທຸກຂະແໜງການ, ຫຼ້າສຸດນີ້ເຂດເສດຖະກິດພິເສດສາມຫລ່ຽມຄຳເຖິງກັບຕ້ອງສົ່ງແຮງງານກັບຄືນ ສປ ຈີນ ເນື່ອງຈາກຕ້ອງປິດຊົ່ວຄາວ ພ້ອມສົ່ງນັກທ່ອງທ່ຽວທີ່ຕົກຄ້າງອີກລວມແລ້ວ 300 ກວ່າຄົນ.
ໃນວັນທີ 19 ພຶດສະພາ 2020 ນີ້ເຂດເສດຖະກິດພິເສດ ສາມຫຼ່ຽມທອງຄໍາ, ແຂວງບໍ່ແກ້ວ ຫນ່ວຍງານຮັບຜິດຊອບໄດ້ຈັດສົ່ງນັກທ່ອງທ່ຽວ ແລະ ແຮງງານທີ່ຕົກຄ້າງສັນຊາດຈີນ,ຈຳນວນ 300 ກວ່າຄົນກັບຄືນປະເທດ.
ທັງນີ້, ກໍ່ເນື່ອງຈາກ ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ເຂດເສດຖະກິດພິເສດ ປະຕິບັດມາດຕະການປ້ອງກັນ ແລະ ຄອບຄຸມການລະບາດຂອງໂຄວິດ-19 ໂດຍມີການ ປິດກິດຈະການຊົ່ວຄາວມາໄລຍະໜຶ່ງ ໂດຍສະເພາະມາດຕະການ ຄຸມເຂັ້ມການເຂົ້າ-ອອກ.