
ໃກ້ຄວາມຈິງ! ທາງດ່ວນວຽງຈັນ-ວັງວຽງ ສໍາເລັດແລ້ວຫຼາຍກວ່າ 70%
12th June 2020ເຫັນຢູ່ແຕ່ບ້ານເພິ່ນ ເມືອງທ່ານ ທີ່ມີທາງດ່ວນໃຫ້ໃຊ້ໄວທັນໃຈ ແຕ່ຕອນນີ້ລາວເຮົາກໍ່ມີແລ້ວ ໂດຍກໍາລັງກໍ່ສ້າງ ແລະ ຄາດວ່າຈະສໍາເລັດໃນໄວໆນີ້ ໂດຍຕອນນີ້ຄືບໜ້າແລ້ວຫຼາຍກວ່າ 70%.
ປັດຈຸບັນ ໂຄງການກໍ່ສ້າງເສັ້ນທາງດ່ວນວຽງຈັນຫາວັງວຽງທີ່ມີຄວາມຍາວ 113,50 ກິໂລແມັດ ໄດ້ສໍາເລັດ 71% ເຊິ່ງຄາດວ່າຈະຈັດພິທີມອບ-ຮັບໃນທ້າຍປີ 2020 ກ່ອນວັນຊາດລາວ ທີ 2 ທັນວາ ຖືວ່າຈະສໍາເລັດກ່ອນເວລາທີ່ກໍານົດ ເຊິ່ງຕາມແຜນແມ່ນປີ 2021.
ພ້ອມນັ້ນ, ເສັ້ນທາງດັ່ງກ່າວໄດ້ປູຢາງສໍາເລັດແລ້ວຫຼາຍກວ່າ 50 ກິໂລແມັດ ແລະມີເສັ້ນທາງຜ່ານອຸໂມງເຂດພູພະມີຄວາມຍາວ 900 ແມັດ ກໍ່ໄດ້ສໍາເລັດເຊັ່ນດຽວກັນ ແລະກໍາລັງຕິດຕັ້ງໄຟຟ້າ, ເມື່ອເສັ້ນທາງນີ້ສໍາເລັດສົມບູນແມ່ນຈະມີໄລຍະທາງສັ້ນກວ່າທາງເລກທີ 13 ເໜືອປະມານ 43 ກິໂລແມັດ.
ສ່ວນຄ່າໃຊ້ບໍລິການເສັ້ນທາງນີ້ຢູ່ທີ່ 550 ກີບ/ກິໂລແມັດ, ລວມຄ່າເດີນທາງວຽງຈັນ-ວັງວຽງປະມານ 62,000 ກີບ ສໍາລັບການເດີນທາງຂອງໄລຍະທາງທັງໝົດ. ໃນນັ້ນ, ຫຼາຍເຂດທີ່ເສັ້ນທາງດ່ວນຜ່ານແມ່ນຈະມີເສັ້ນທາງເວັ້ນອອກສູ່ເສັ້ນທາງຫຼວງ ຫຼືເສັ້ນທາງເລກທີ 13 ເໜືອ ເຊິ່ງຈະບໍ່ເສຍຄ່າບໍລິການເສັ້ນທາງເວັ້ນ.
ເຖິງຢ່າງໃດກໍ່ຕາມ ເສັ້ນທາງວຽງຈັນຫາວັງວຽງຍັງມີຂໍ້ຈໍາກັດຄວາມໄວຢູ່ທີ 100 ກິໂລແມັດ/ຊົ່ວໂມງ ສໍາລັບທາງພຽງ ເຂດສີເກີດຫາໂພນໂຮງ, ແລະ 80 ກິໂລແມັດ/ຊົົ່ວໂມງ ສໍາລັບທາງຂຶ້ນພູ ຫຼືທາງຫຼຸບ-ໂນນ ໃນເຂດໂພນໂຮງຫາວັງວຽງ
ຂໍ້ມູນ: ໜັງສືພິມວຽງຈັນທາມ