
ເຄາະຊໍ້າກໍາຊັດ! ເຂື່ອນແຕກຢູ່ຈີນ ປະຊາຊົນຫຼາຍແສນຄົນເດືອດຮ້ອນ ຄາດເສຍຫາຍ 500ລ້ານກວ່າໂດລາ
13th June 2020ເຂື່ອນແຕກ ບໍ່ມີສະເພາະລາວເຮົາ ໄລຍະຫຼັງນີ້ປະກົດເຫັນຂ່າວລັກສະນີ້ດຸຂຶ້ນ ເຊິ່ງກ່ອນໜ້າເມື່ອບໍ່ດົນແມ່ນເກີດຢູ່ສະຫະລັດອາເມລິກາ, ແຕ່ຫຼ້າສຸດ ຫວ່າງບໍ່ດົນມານີ້ ເກີດຂຶ້ນຢູ່ປະເທດຈີນ ເຮັດໃຫ້ຕ້ອງອົບພະຍົບປະຊາຊົນຫຼາຍແສນຄົນອອກຈາກເຂດສ່ຽງໄພດ່ວນ.
ຕາມຂ່າວຈາກຈີນ, ເຮືອນປະຊາຊົນ 1.000 ກວ່າຫລັງ ໄດ້ຮັບຄວາມເສຍຫາຍ ຄິດເປັນມູນຄ່າ 565 ລ້ານກວ່າ ໂດລາ ສະຫະລັດ ຫລັງຈາກ ເກີດຝົນຕົກໜັກ ຢ່າງຕໍ່ເນື່ອງ ຕັ້ງແຕ່ຕົ້ນເດືອນ ມິຖຸນາ ທີ່ຜ່ານມາ ໃນພື້ນທີ່ທາງພາກໃຕ້ຂອງຈີນ ເຂດປົກຄອງຕົນເອງ ກວ່າງຊີຈ້ວງ(Guangxi Zhuang) ມົນທົນຫູໜານ ເຂດເທດສະບານ ຈົງຊີ່ງ ແລະ ພື້ນທີ່ອື່ນໆ ຈົນເກີດເຫດ ເຂື່ອນແຕກ ປະລິມານ ນ້ຳຈຳນວນ ມະຫາສານ ໄຫລເຂົ້າຖ້ວມ ເຮືອນປະຊາຊົນ ແລະ ພື້ນທີ່ກະສິກຳ ໄດ້ຮັບຄວາມເສຍຫາຍຢ່າງໜັກ.
ທາງການຈີນ ໄດ້ປະກາດ ຍົກລະດັບ ສະຖານະການ ສຸກເສີນ ລະດັບ 3 ແລະ ປະຊາຊົນ ຫລາຍແສນຄົນ ຕ້ອງຍົກຍ້າຍໜີ ນ້ຳຖ້ວມ ໄປຢູ່ເຂດປອດໄພ.ນອກນີ້ ຍັງມີໂຮງໄຟຟ້າ ພະລັງງານນ້ຳ ແຫ່ງໜຶ່ງ ໃນເມືອງເຊົາກວນ(Cao Guan) ມົນທົນກວາງຕຸ້ງ ທີ່ຕັ້ງຢູ່ ທາງພາກໃຕ້ຂອງຈີນ ເກີດທໍ່ນ້ຳແຕກ ໄຫລອອກມາ ຢ່າງແຮງ ໃນເບື້ອງຕົ້ນ ຄາດວ່າ ເກີດຈາກພາຍຸຝົນ ແລະ ດິນເຈື່ອນ ໃນບໍລິເວນດັ່ງກ່າວ.
ທີ່ມາ: ຂປລ