
ກິນເຫັດ ອັນຕະລາຍອ້ອມຮອບບໍ່ເປັນຕາໄວ້ໃຈເຫັດທຳມະຊາດອີກແລ້ວ
14th June 2020ບ້ານເຮົາດຽວນີ້ບໍ່ປອດໄພອີກແລ້ວ ເມື່ອກ່ອນດົນໆເທື່ອໜຶ່ງທີ່ເຫັນກໍລະນີເບື່ອເຫດ ແຕ່ທຸກວັນນີ້ມີການນຳໃຊ້ສານເຄມີຫຼາຍໃນການເຮັດກະສິກຳ ສະນັ້ນເຫັດທີ່ເກີດຂຶ້ນຕາມທຳມະຊາດຈະປອດໄພຄືເມື່ອກ່ອນອີກແລ້ວ ຍ້ອນສານເຄມີເຫຼົ່ານັ້ນບໍ່ໄດ້ຈາງຫາຍໄປພາຍໃນວັນສອງວັນ ແຕ່ມັນຈະຝັງຕົວຢູ່ໃນດິນໄປຫຼາຍປີ ເມື່ອເຮົາໄປເກັບກິນກໍຈະເປັນອັນຕະລາຍເຖິງຊີວິດໄດ້!!!
ຫຼ້າສຸດນີ້ມີຜູ້ໃຊ້ເຟສບຸດທ່ານໜຶ່ງໄດ້ນຳເອົາເລື່ອງລາວຂອງຄອບຄົວລາວມາແຊໃຫ້ທຸກຄົນມີສະຕິໂດຍ ລະບູວາາ: ພີ່ນ້ອງເອີຍຢ່າພາກັນກິນເດີ້ເອີ້ອຍນ້ອງຂ້ອຍກິນເຫັດປວກເບີ່ອໝົດ 5ຄົນເລີຍເຫັດທີ່ເຄີຍກິນກະເບີ່ອຕາຍ້ານ!!!
ທຸກຄົນໃນຄອບຄົວຂອງສາວນີ້ແມ່ນສາມາດນຳໄປໂຮງໝໍທັນໃຫ້ແພດໝໍຊ່ວຍລ້າງສານພິດໃນຮ່າງກາຍອອກ ແລະພັກຜ່ອນຄົງກັບບ້ານໄດ້ ແຕ່ຫຼາຍລາຍທີ່ເຫັນຜ່ານມາກໍ່ເອົາບໍ່ທັນ!!!
ດັ່ງນັ້ນ ການກິນເຫັດຕ້ອງມີຄວາມລະມັດລະວັງ ແລະສັງເກດອາການຕາມນີ້: ປວກຮາກ, ເຈັບທ້ອງ, ຖ່າຍແຫຼວ ຫາກມີອາການຮຸນແຮງຫຼາຍການເຮັດວຽກຂອງຕັບ ແລະໄຕອາດຈະລົ້ມເຫຼວຈົນເຖິງຂັ້ນເສຍຊີວິດໄດ້.
ຜູ້ທີ່ກິນເຫັດມີພິດເຂົ້າໄປແລ້ວໃຫ້ປະຖົມພະຍາບານເບື້ອງຕົ້ນດັ່ງນີ້: ເຮັດໃຫ້ຜູ້ປ່ວຍຮາກອອກມາໂດຍການລ້ວງຮູຄໍ ຫຼື ໃຫ້ກິນໄຂ່ຂາວແບບຄາວໆເຂົ້າໄປ ຈາກນັ້ນໃຫ້ຮີບພາໄປໂຮງໝໍໂດຍດ່ວນທີ່ສຸດ.
ຫາກບໍ່ແນ່ໃຈວ່າເຫັດທີ່ເຮົາໄດ້ມາຈະກິນໄດ້ ແລະອັນຕະລາຍຫຼືບໍ ຄວນເລືອກເຫັດທີ່ປູກໄດ້ ແລະມີຂາຍຕາມທ້ອງຕະຫຼາດມາກິນຈະດີທີ່ສຸດແຖມປອດໄພຫາຍຫ່ວງບໍ່ຈຳເປັນຕ້ອງເອົາຊີວິດໄປສ່ຽງກັບເຫັດທີ່ບໍຮູ້ຈັກທີ່ໄປທີ່ມາ.