
ສະຖານະການນໍ້າຖ້ວມຢູ່ຈີນ ຍັງໜັກ ຕອນນີ້ຕ້ອງປະກາດພາວະສຸກເສີນລະດັບ 4
16th June 2020ແອັດເຄີຍນໍາສະເໜີໄປແລ້ວກ່ອນໜ້ານີ້ ສໍາລັບສະຖານນະການນໍ້າຖ້ວມ ຍ້ອນເຂື່ອນແຕກ ຢູ່ ສປ ຈີນ ທີ່ສ້າງຄວາມເສຍຫາຍເຖິງ 500 ລ້ານກວ່າໂດລາ ແລບະ ປະຊາຊົນ ຫຼາຍແສນເດືອດຮ້ອນ ຕ້ອງອົບພະຍົບອອກພື້ນດັ່ງກ່າວດ່ວນ.
ຫຼ້າສຸດ, ມື້ນີ້ວັນທີ 16 ມິຖຸນາ 2020 ສະຖານະການຍັງບໍ່ດີຂຶ້ນ ຕາມຂ່າວຈາກຊິນຮວາ ຂອງຈີນ, ຄະນະກຳມະການ ບັນເທົາໄພພິບັດ ແຫ່ງຊາດ ແລະ ກະຊວງຈັດການເຫດສຸກເສີນ ຂອງຈີນ ປະກາດໃຊ້ສະຖານະການສຸກເສີນ ລະດັບ 4 ຫລັງຈາກ ພາຍຸຝົນພັດເຂົ້າ ເມືອງກຸ້ຍໂຈວ ທາງຕາເວັນຕົກສ່ຽງໃຕ້ຂອງຈີນ ນັບຕັ້ງແຕ່ວັນທີ 8 ຫາ 14 ມິຖຸນາ ເຫດນ້ຳຖ້ວມ.
ສົ່ງຜົນກະທົບຕໍ່ປະຊາຊົນ ປະມານ 438.000 ຄົນ ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ແລະ ສູນຫາຍ 14 ຄົນ ຂະນະທີ່ ເຮືອນປະຊາຊົນ 100 ກວ່າຫລັງເປ່ເພທັງໝົດ ແລະ ຫລາຍກວ່າ 8.000 ຫລັງໄດ້ຮັບຄວາມເສຍຫາຍ ຄິດເປັນມູນຄ່າ ປະມານ 880 ລ້ານຢວນ.
ທີ່ມາ: ຂປລ