
ແມ່ພິມຂອງຊາດ ແລະ ນ້ອງນັກຮຽນ “ຄູອາສາອຳລານ້ອງນັກຮຽນ” ຫຼັງສອນມາຫຼາຍປີແຕ່ຍັງເປັນພຽງຄູອາສາ
17th June 2020ເຜີຍເລື່ອງລາວກ່ຽວກັບ ຄູອາສາ ແລະ ນ້ອງນັກຮຽນ ໂດຍສະເພາະເຂດນອກ ທ່ຍັງມີຫຼາຍຄົນທີ່ຈົບສາຂາດ ວິຊາຄູມາ ແລະ ໄດ້ເປັນຄູອາສາ ແຕ່ຫຼາຍປີຜ່ານໄປກໍຍັງຄົງເປັນຄູອາສາຢູ່ຄືເກົ່າ ດ້ວຍຄວາມມັກຮັກໃນການສອນຈຶ່ງອົດທົນຢູ່ ແລະ ຫວັງໃນໃຈວ່າຈະໄດ້ເປັນຄູສົມບູນ
.
ແຕ່ເລື່ອງນີ້ສາວຄູອາສາສອງຄົນ ຮ້ອງເພງອຳລານ້ອງນັກຮຽນຂອງຕົນ ແລະ ກອດກັນດ້ວຍນ້ຳຕາ ທີ່ອົດກັ້ນບໍ່ໄດ້ ຢູ່ມາກໍ່ຫລາຍປີຢູ່ໄປກໍ່ບໍ່ເຫັນຂີດຫມາຍປາຍຟັ່ງ ໃນ 16.06.2020 ນັກຮຽນ ມຕ ຫ້ວຍເງິນ ບ້ານຫ້ວຍເງິນ ເມືອງ ຈຳປາສັກ ແຂວງ ຈຳປາສັກ
.
ກອດສາວຄູຂອງພວກເຂົາທີ່ອຳລານ້ອງໆຈາກໄປທັງສອງຮ້ອງໄຫ້ດ້ວຍຄວາມອາໄລອາວອນ ແລະ ສັ່ງກັບນ້ອງໆວ່າ ຖ້າຊາດໜ້າມີຈິງ ສາວຈະມາເປັນສາວຄູພວກນ້ອງອີກ ຂໍໃຫ້ພວກນ້ອງຕັ້ງໃຈຮ່ຳຮຽນເອົາວິຊາຄວາມຮູ້ ແລະ ເປັນເດັກດີຂອງພໍ່ແມ່ ແລະ ແລ້ວສາວຄູທັງສອງກໍ່ເຊັດນ້ຳຕາກັບບ້ານຢ່າງໜ້າເສຍດາຍ
ແນວໃດກໍສູ້ໆເດີ້