
ບົດຮຽນຄວາມຮັກ ທີ່ລູກຫຼານຄວນເອົາແບບຢ່າງ 2 ຕູ້ເຖົ້າຄອງກັນກັນມາ 70 ປີ ໂດຍໃຫ້ກຽດເຊິ່ງກັນແລະກັນ
19th June 2020ຮັກແທ້ມີຢູ່ຈິງ ຫຼານສາວໂພດເລື່ອງລາວຄວາມຮັກຫຍໍ້ສອງເຖົ້າ ຄວນເອົາແບບຢ່າງເສັ້ນລູກເສັ້ນຫຼານວ່າ:
ແມ່ເຖົ້າເລົ່າສູ່ຟັງວ່າ: ແຕ່ກ່ອນແມ່ເຖົ້າເປັນລູກກຳພ້າກຳພອຍ ພໍ່ແມ່ເສຍແຕ່ຍັງນ້ອຍ
ແຕ່ພໍ່ເຖົ້າແມ່ນເປັນລູກຕາແສງ, (ລະດັບເຈົ້າເມືອງ)
ພໍ່ເຖົ້າ ໄດ້ມັກຮັກ ກັບ ແມ່ເຖົ້າ ແລະ ແຕ່ງງານກັນແຕ່ຕອນແມ່ເຖົ້າອາຍຸ 10 ປາຍປີ ແລະ ໄດ້ຄອງຮັກກັນມາ ຈົນພໍ່ເຖົ້າ96ປີ.
.
70 ປາຍປີທີ່ຄອງຮັກກັນມາ…ພໍ່ເຖົ້າບໍ່ເຄີຍຮ້າຍ, ບໍ່ເຄີຍດ່າ, ເວົ້າຮ້າຍແຮງໃສ່ແມ່ເຖົ້າ ບໍ່ເຄີຍນ້ຳຕາຕົກ ແມ່ນແຕ່ເທື່ອດຽວ… ລະກະບໍ່ເຄີຍຜິດກັນຮ້າຍແຮງຈົນພໍ່ປູ່ແມ່ຍ່າຮູ້ຈັກດີ ແລະ ທີ່ສຳຄັນ ແມ່ເຖົ້າເວົ້າວ່າ ແມ່ເຖົ້າບໍ່ເຄີຍຮັບຮູ້, ບໍ່ເຄີຍສຳຜັດ ຄຳວ່າ ຜົວຫລິ້ນສາວເປັນແນວໃດ? ຜົວໄປມີເມຍນ້ອຍເປັນແນວໃດ? ແມ່ເຖົ້າບໍ່ເຄີຍຮັບຮູ້ຄວາມຮູ້ສຶກນີ້ເລີຍ!
ທ້າຍທີ່ສຸດ, ແມ່ເຖົ້າກະຕອບແທນພໍ່ເຖົ້າດ້ວຍຄວາມຊື່ສັດມາຕະຫຼອດ, ແມ່ເຖົ້າບໍ່ເຄີຍເອົາເລື່ອງບໍ່ດີຂອງຄອບຄົວຫລືຜູ້ເປັນຜົວໄປເວົ້າຢູ່ບ່ອນອື່ນ, ບໍ່ເຮັດໃຫ້ຜົວເສຍກຽດເສຍສັກສີຍ້ອນຕົນເອງ…ແລະ ແມ່ເຖົ້າກະເປັນຄົນທີ່ຈັບມືຢູ່ຄຽງຂ້າງພໍ່ເຖົ້າຈົນຮອດລົມຫາຍໃຈສຸດທ້າຍ🖤
ພໍ່ເຖົ້າແມ່ເຖົ້າ ເປັນຕົ້ນແບບຊີວິດທີ່ເຂັ້ມແຂງ, ອົດທົນ, ດຸໝັ່ນ, ເປັນແບບຢ່າງທີ່ດີຫຼາຍໆຢ່າງໃຫ້ແກ່ລູກຫລານ… ແລະ 1ໃນນັ້ນ ເລື່ອງຄວາມຮັກ ກະເປັນສິ່ງທີ່ພວກເພິ່ນເຮັດໃຫ້ລູກຫຼານເຫັນ ແລະ ຄວນຮຽນເປັນແບບຢ່າງ…ຕົ້ນແບບຄວາມຮັກທີ່ຊື່ສັດໝັ້ນຄົງ, ຮັກດຽວໃຈດຽວ ຈົນລົມຫາຍໃຈສຸດທ້າຍຂອງຊີວິດ.
ຈາກ: ຂອບໃຈ: B’palamy ppb