
“ຄວາມສຳເລັດໃນຊີວິດ ບໍ່ສາມາດວັດແທກກັນຢູ່ທີ່ຄວາມໄວ ແຕ່ວັດແທກກັນຢູ່ທີ່ຈຸດສຸດທ້າຍ”
20th June 2020ອີກໜຶ່ງບົດຄວາມ, ຂໍ້ຄິດໃຫ້ເຮົາໄດ້ເປີດແນວທາງອີກມຸມໜຶ່ງ ກ່ຽວກັບໂຕເຮົາເອງ ໂດຍສະເພາະໄວໜຸ່ມ ຈາກ ອາຈານ ກາບແກ້ວ ທຳມະວົງ ນັກຂຽນ, ນັກເວົ້ສາງແຮງບັນດານໃຈ ທີ່ໄດ້ໂພສໄວ້ວ່າ ຂໍຝາກເຖິງໄວໜຸ່ມ “ຢ່າຟ້າວໃຈຮ້ອນ ຢາກປະສົບຄວາມສຳເລັດໃນຊີວິດໄວຫຼາຍ”
.
ຍ້ອນເຫັນປາກົດການຫຍໍ້ທໍ້ໃນສັງຄົມ ຈິ່ງຂໍຝາກເຖິງໄວໜຸ່ມລາວຍຸກໃໝ່ວ່າ ຢ່າຟ້າວໃຈຮ້ອນຢາກປະສົບຄວາມສຳເລັດໄວຫຼາຍ ຢ້ານແຕ່ບໍ່ຮັ່ງມີທັນຄົນອື່ນເຂົາ. ແຕ່ເຈົ້າຄວນຄິດເຖິງສິ່ງທີ່ສຳຄັນກວ່ານັ້ນ ແມ່ນແທນທີ່ຈະຟ້າວແລ່ນຕາມໃຫ້ທັນຄົນອື່ນ ໃນດ້ານຊື່ສຽງ ແລະ ຄວາມສຳເລັດທີ່ເປັນເປືອກນອກ ເຈົ້າຄວນເອົາເວລາ ມາສ້າງຮາກຖານໃຫ້ແໜ້ນຢູ່ດ້ານໃນ ໂດຍສ້າງນິດໄສແຫ່ງຄວາມສຳເລັດທີ່ຢູ່ພາຍໃນເຊັ່ນ ການຝຶກໃຫ້ເປັນຄົນທີ່ມີ:
ຄວາມຊື່ສັດ ແລະ ອົດທົນ, ມີຄວາມຮັບຜິດຊອບ ແລະ ມີລະບຽບວິໄນ, ມີຄວາມຄິດສ້າງສັນ ແລະ ກະຕືລືລົ້ນໃນການເຮັດວຽກ, ຮັກໃນສິ່ງທີ່ຕົນເອງເຮັດ ແລະ ພັດທະນາຄວາມຮູ້ຂອງຕົນຢູ່ສະເໝີ
.
ຖ້າເປັນຄົນທີ່ມີຄຸນສົມບັດພ້ອມຄືດັ່ງທີ່ກ່າວມານັ້ນ ການຊອກວຽກເຮັດງານທຳ ກໍຈະງ່າຍຂຶ້ນ ແລະ ທຸກອົງກອນ ກໍລ້ວນແຕ່ຕ້ອງການພະນັກງານປະເພດນີ້ ແລະ ບໍ່ຄວນລໍຖ້າແຕ່ຢາກເຮັດວຽກນຳລັດທີ່ໝັ້ນຄົງ ເຮັດນຳເອກະຊົນກໍໝັ້ນຄົງຄືກັນ ມັນຂຶ້ນກັບການບໍລິຫານລາຍໄດ້ຂອງຕົນເອງຫຼາຍກວ່າ, ສ່ວນວ່າເບື້ອງຕົ້ນອາດຈະຊອກວຽກໃນອົງກອນຍາກ ແຕ່ຖ້າບໍ່ລັງກຽດວຽກແລ້ວ ວຽກກໍຍັງພໍມີໃຫ້ເຮັດຢູ່ ໂດຍເລີ່ມຈາກບ່ອນນ້ອຍໄປກ່ອນ
ເມື່ອໃດທີ່ໄດ້ເຮັດວຽກແລ້ວ ບໍ່ວ່າຈະຢູ່ນຳລັດ ຫຼື ເອກະຊົນ, ຢູ່ນຳອົງກອນໃຫຍ່ ຫຼື ນ້ອຍ ຂໍແຕ່ອົດທົນ ຈົນເມື່ອຮອດຈຸດໆໜຶ່ງ ຄຸນສົມບັດທີ່ບໍ່ມີສອນໃນໂຮງຮຽນເຫຼົ່ານີ້ ກໍຈະກາຍເປັນຕົວພັກດັນໃຫ້ເຈົ້າປະສົບຄວາມສຳເລັດທີ່ໄວກວ່າ ແລະ ຍືນຍົງກວ່າຄົນທີ່ແລ່ນ ຢ້ານແຕ່ບໍ່ທັນຄົນອື່ນ
.
ເມື່ອກ່ອນຕອນທີ່ຂ້າພະເຈົ້າກຳລັງເປັນກຳມະກອນຊັກໂສ້ງສະລິບທີ່ໂຮງແຮມເມີກຽວ ກໍເຄີຍຄິດນ້ອຍໃຈໃນໂຊກຊາຕາຕົນເອງ ເພາະເຫັນໝູ່ເພື່ອນຄົນອື່ນຂີ່ລົດໃຫຍ່ໄປເຮັດວຽກທີ່ຫ້ອງແອແລ້ວ, ແຕ່ກໍຍ້ອນຂ້າພະເຈົ້າບໍ່ເຄີຍຢຸດພັດທະນາຕົນເອງ, ຕັ້ງໃຈຮຽນຮູ້, ອົດທົນ, ກະຕືລືລົ້ນ ແລະ ມີລະບຽບວິໄນໃຫ້ຕົນ ຈົນວ່າເກືອບຈະບໍ່ມີໝູ່ຫຼິ້ນນຳ ເພາະເປັນຄົນຈົນທີ່ທຳຕົວແປກປະຫຼາດ ຊ່າງເປັນຕາຊັງແທ້ໆ
ແຕ່ແລ້ວ ຈາກຄົນຈົນຄົນຂີ່ລົດຖີບ ເປັນກຳມະກອນຊັກໂສ້ງສະລິບ ທີ່ຍ່າງຊ້າເກືອບວ່າຈະບໍ່ທັນຄົນອື່ນ ແຕ່ສຸດທ້າຍກໍມີມື້ນີ້ໄດ້ ນັ້ນກໍເປັນເພາະການປູກຝັງນິດໄສທີ່ເປັນພື້ນຖານແຫ່ງຄວາມສຳເລັດທີ່ໂຮງຮຽນບໍ່ສອນ ແຕ່ສຳຄັນ ເພາະມັນເປັນເໝືອນດັ່ງການສ້າງອາຄານສູງ ໂດຍມີຮາກຖານທີ່ແໜ້ນໜາ ເຖິງຈະມີພາຍຸລົມແດງພັດມາ ແຕ່ອາຄານກໍຍັງຕັ້ງຢູ່ສະຫງ່າ ຍ້ອນຮາກຖານແໜ້ນໜາ ແລະ ແຂງແຮງນັ້ນເອງ.
.
“ຄວາມສຳເລັດໃນຊີວິດ ບໍ່ສາມາດວັດແທກກັນຢູ່ທີ່ຄວາມໄວ ແຕ່ວັດແທກກັນຢູ່ທີ່ຈຸດສຸດທ້າຍ, ແຕ່ສຳຄັນກວ່າຄວາມສຳເລັດ ກໍຄື ເຮັດວຽກທຸກມື້ ຂໍໃຫ້ຕົນເອງມີຄວາມສຸກ”.
(ພາບປະກອບ: ຕອນສະໄໝເປັນກຳມະກອນ ເມື່ອ 10 ປີກ່ອນ).