
ເປີດຊີວິດອີກມຸມຂອງເບີດ ທົງໄຊ ນອກຈາກຈັບໄມ ມາຈັບສຽມ ປູກກະເສດພໍພຽງໃນເນື້ອທີ່ 100 ໄລ່
22nd June 2020ເບີດ ທົງໄຊ ແມັກອິນໄຕ ນັກຮ້ອງດັງໄທ ກັບວິຖີຊີວິດແບບພໍພຽງ ເດີນຕາມພໍ່ຫຼວງ ໃນເນື້ອທີ່ 100 ໄຮ່
ຈາກຈັບໄມ ມາຈັບສຽມ ອີກມຸມໜຶ່ງຂອງ ເບີດ ທົງໄຊ ແມັກອິນໄຕ ກັບວິຖີກະເສດ
ຫຼາຍຄົນອາດຮູ້ຈັກ ເບີດທົ່ງໄຊ ໃນມຸມຂອງການເປັນ ນັກຮ້ອງ, ສິນລະປິນລະດັບຕົ້ນທ ຂອງປະເທດໄທ ທີ່ມີຜົນງານຫຼາກຫຼາຍ ທຸກເພງ ຫຼາຍຄົນຮ້ອງໄດ້ ແລະ ບໍ່ວ່າຈະເປີດເວລາໃດກໍຍັງມ່ວນ ແລະ ເປັນທີ່ນິຍົມຢູ່ສະເໝີ
ແຕ່ຫຼາຍຄົນອາດຍັງບຊ່ຮູ້ວ່າ ເບີດທົງໄຊນັ້ນ ໃຊ້ຊີວິດ ແລະ ຍຶດຕິກກັບການພໍພຽງ. ປູກຜັກໄວ້ກິນເອງ ຕາມຮອຍໃນຫຼວງ ຣ.9
ສຳລັບສວນທີ່ໃຊ້ປູກນັ້ນ ຈຳນວນ 100 ໄລ່ ສົ່ງຂາຍໂດຍທີ່ເບີດ ເປັນການຕະຫຼາດເອງ ມີຄົນຮັບຊື້ດ້ວຍລາຄາກາງ ທີ່ເຂົາແຮັບປີ້
ເບີດບອກວ່າ ການປູກພືດຜັກເປັນໄລ່ ຕ້ອງມີບຶງກວ້າງໆ, ມີນ້ຳພຸເພື່ອເຮັດໃຫ້ອາກາດ, ບັນຍາກາດດີ ຈະມີອອກຊີເຈນໃນນ້ຳ ໜຸນວຽນ ບຶງໄວ້ລ້ຽງປາ, ສູບນ້ຳເອົາມາໃຊ້ ຫຼື ເຮັດນາຕ່າງໆໄດ້ ເບີດຕັ້ງໃຈຫຼາຍທີ່ຈະສ້າງມັນຂຶ້ນມາຫຼາຍ
.
ແນວໃດກໍຕາມບໍ່ວ່າຈະເຮັດຫຍັງກໍດີ ແຕ່ກໍເຫັນຫຼາຍໆຄົນຫັນມາປູກຝັງລ້ຽງສັດ ເພື່ອກິນ ແລະ ຂາຍ ທັງເປັນການດູແລສຸຂະພາບຕົນເອງ, ສ້າງລາຍໄດ້ ເຮັດໃຫ້ເຮົາປະຫຍັດ ແລະ ສາມາດລ້ຽງເຮົາໄດ້ ຂໍແຕ່ມີແຮງເຮັດ ເພາະກໍເຫັນຫຼາຍຄົນທີ່ໄດ້ເງິນມະຫາສານຈາກການປູກຝັງລ້ຽງສັດຫຼາຍກວ່າພະນັກງານນັ່ງຫ້ອງແອອີກ
.
.