
Breaking news ເຂື່ອນໄຟຟ້ານໍ້າງື່ມ 5 ເຕືອນປະຊາຊົນລະວັງ ການປ່ອຍນໍ້າຈາກເຂືອນ
22nd June 2020Breaking news: 🔥🔥ເຂືອນໄຟຟ້ານໍ້າງື່ມ 5 ເຕືອນປະຊາຊົນໃຫ້ເຝົ້າລະວັງ ການປອຍນໍ້າຈາກເຂືອນຊ່ວງໄລຍະລະດູຝົນ‼️
ໃນວັນທີ 18 ມີຖຸນາ 2020 ຜ່ານມາ ທ່ານ ທອງຈັນ ແພງຈັນທີ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງພູຄູນ ພ້ອມດ້ວຍຂະແໜງການທີກ່ຽວຂ້ອງ ສົມທົບກັບບໍລິສັດ ເຂືອນໄຟຟ້ານໍ້າງື່ມ 5 ໄດ້ລົງຢ້ຽມຢາມ ແລະ ແຈ້ງເຕືອນປະຊາຊົນບ້ານນໍ້າຕິ່ງ ໃນການຕິດຕາມເຝົ້າລະວັງການເພີ່ມຂື້ນຂອງລະດັບນໍ້າ ເຊິ່ງອາດຈະມີການປອຍນໍ້າຈາກເຂື່ອນໃນຊ່ວງໄລຍະລະດູຝົນນີ້.
ຈຸດປະສົງໃນການລົງຢ້ຽມຢາມປະຊາຊົນໃນຄັ້ງນີ້ ທີມງານໄດ້ແຈ້ງເຕືອນໃຫ້ປະຊາຊົນບ້ານນໍ້າຕິ່ງ ເຊິ່ງເປັນບ້ານທີ່ຕັ້ງຢູ່ລຸ່ມເຂື່ອນນໍ້າງື່ມ 5 ໄດ້ມີສະຕິສູງ ໃນການເປັນເຈົ້າການຕິດຕາມ ແລະ ເຝົ້າລະວັງ ລະດັບນໍ້າທີ່ເພີ້ມຂື້ນຈາກໜ້າເຂື່ອນ ເຊິ່ງອາດຈະມີການປ່ອຍນໍ້າຜ່ານປະຕູລະບາຍນໍ້າ ໃນຊ່ວງໄລຍະລະດູຝົນ. ທັງນີ້, ກໍ່ເພື່ອເປັນການລີກລ້ຽງໄພພິບັດທີ່ອາດຈະເກີດຂື້ນ ແລະ ທັງເປັນການຮັບປະກັນໃຫ້ຊີວິດ ແລະ ຊັບສິນຂອງປະຊາຊົນມີຄວາມປອດໄພ.
ຂ່າວ: ວັນທຽນ ຄຳທະສິດ