
ອານຸໂມສາທຸບຸນນຳເດີ້ ພຣະເດີນທຸດົງຈາກສະຫວັນນະເຂດ ຮ່ວມວາງເພິງອົງພະຍອດແກ້ວ ຮອດນະຄອນຫຼວງວຽງຈັນແລ້ວ
24th June 2020ຮອດນະຄອນຫຼວງແລ້ວ! ພຣະເດີນທຸດົງຈາກສະຫວັນນະເຂດ ເພື່ອມາຮ່ວມວາງເພິງອົງພະຍອດແກ້ວ ມະຫາງອນ !
.
ພຣະເດີນທຸດົງ ໄດ້ເດີນທາງດ້ວຍເທົ້າເປົ່າ(ຍ່າງ) ຈາກສະຫວັນນະເຂດຕອນນີ້ໄດ້ຮອດນະຄອນຫຼວງວຽງຈັນແລ້ວ ເພຶ່ອຮ່ວມຈາຣິກທຸດົງບູຊາ (ວາງເພີງພະສົບ) ອົງພຣະຍອດແກ້ວ ມະຫາງອນ ດຳລົງບຸນ ປະທານສູນກາງອົງການພຸດທະສາສະນາສຳພັນແຫ່ງ ສປປ ລາວ ຕັ້ງແຕ່ວັນທີ 9 ມິຖຸນາ 2020 ຈົນເຖິງມື້ນີ້ ວັນທີ 24 ມິຖຸນາ
.
ຄະນະສົງ 9 ອົງຈາກວັດອຳພາພອນ ບ້ານວັງໂຄນຄຳ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ເພື່ອຖວາຍສັກກາຣະ ພຣະສະຣິຣະສັງຂານ (ສົ່ງສະການ) ພຣະຍອດແກ້ວມະຫາງອນ ດໍາຣົງບຸນ ໃນວັນທີ 26 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ.
ສາທຸ