
ກຽມເປັນສະໄພ້!! ແຟນຄັບລຸ້ນແຕ່ງມື້ໃດ ນາວ-ນິວ
24th June 2020ຫວານບໍ່ເກງໃຈຄົນໂສດ ເພາະຫຼ້າສຸດ ພະເອກໜຸ່ມ ນິວ ວົງສະກອນ ຄວງສາວ ນາວ ທິສານາດ ຂຶ້ນເໜືອສຳຜັດບັນຍາກາດສຸດໂລແມນຕິກທີ່ຟາມດອກ I Love Flower Farm ຈັງຫວັດຊຽງໃໝ່
.
ເຊິ່ງແນ່ນອນວ່າງານນີ້ ໜຸ່ມ ນິວ ແລະ ສາວ ນາວ ໂພສຮູບຄູ່ສະວີດຫວານແຫ່ວວ ເຊິ່ງໜຸ່ມນິວໄດ້ມີທຣິບພິເສດ ທ່ຽວກັບຄອບຄົວ ເຊິ່ງອົບອຸ່ນຫຼາຍ ເພາະເທື່ອນີ້ ສາວນາວ ກໍໄປນຳ ວ່າທີ່ສະໄພ້ບ້ານ ‘ปรมัตถากร’
.
ສ່ວນວ່າສາວນາວ ປົກກະຕິກໍພົບພໍ່ແມ່ຝ່າຍຊາຍປະຈຳຢູ່ແລ້ວ ເພາະທັງຄູ່ຄົບຫາດູໃຈກັນມາປີທີ 6 ແລ້ວ ແຟນຄັບລຸ້ນຂ່າວດີຂອງທັງ 2 ຄົນຢູ່
.
ແນວໃດກໍມີຂ່າວດີໃຫ້ຫວານທປະດັບວງການບັນເທີງໄທ, ແຟນຄັບຊາວລາວກໍເຊຍຢູ່
.
.
.