
ຈີນ ປະສົບຜົນສຳເລັດໃນການສົ່ງດາວທຽມທົດລອງເຕັກນິກໂທລະຄົມເລກ 5
9th January 2020ເວລາ 23 ໂມງ 20 ນາທີຂອງວັນທີ 7 ມັງກອນນີ້, ຢູ່ຖານສົ່ງດາວທຽມສີ່ຊ່າງຈີນ ໄດ້ສົ່ງດາວທຽມທົດລອງເຕັກນິກໂທລະຄົມເລກ 5 ຂຶ້ນສູ່ອະວະກາດດ້ວຍຈະຫຼວດສົ່ງຍານCZ-3B ຢ່າງສຳເລັດຜົນ. ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ຄາດໄວ້ຢ່າງສະດວກ.
ນີ້ສະແດງໃຫ້ເຫັນວ່າການສົ່ງດາວທຽມຄັ້ງທຳອິດໃນຂົງເຂດການບິນອະວະກາດຂອງຈີນໃນປີ 2020 ໄດ້ບັນລຸຜົນ.
ຂ່າວແຈ້ງວ່າ: ດາວທຽມທົດລອງເຕັກນິກໂທລະຄົມເລກ 5 ຕົ້ນຕໍຈະໃຫ້ບໍລິການໂທລະຄົມຜ່ານດາວທຽມ,ວິທະຍຸໂທລະພາບ,ການສົ່ງຕົວເລກຂໍ້ມູນແລະອື່ນໆ,ພ້ອມທັງດຳເນີນການທົດສອບການທົດລອງເຕັກນິກ High-throughput.
ທີ່ມາ: CRI