
1 ພາບລ້ານຄວາມໝາຍ ເບິ່ງແຍງກັນດັ່ງມື້ທຳອິດທີ່ຮັກກັນ
5th July 2020ຂໍນຳສະເໜີໜຶ່ງພາບລ້ານຄວາມໝາຍ ບອກເລີຍວ່າການມີຄູ່ຮັກທີ່ດີ, ການມີຮັກແທ້, ຄົນທີ່ຮັກເຮົາຕະຫຼອດມັນດີແບບນີ້ນີ້ເອງ
.
ປູ້ໃຊ້ເຟດບຸກ Champa Dorkfa ໄດ້ເຜີຍພາບ ແມ່ຕູ່ເຖົ້າທີ່ປ່ວຍ ກັບພໍ່ຕູ້ຜູ້ເປັນຜົວທີ່ມາເຝົ້າໄຂ້ທີ່ສະແດງເຖິງຄວາມຮັກ ແລະ ຄວາມຫ່ວງໃຍທີ່ມີກັນຍາມເຈັບເປັນ
ໄດ້ໂພສພາບ ແລະ ຂໍ້ຄວາມວ່າ: “ຂ້ອຍບໍ່ສະບາຍ ນອນໂຮງໝໍ 2 ຄືນ! ເຫັນພາບນີ້ຢູ່ຕຽງຂ້າງໆ ຟ້າວຈັບໂທລະສັບມາຖ່າຍເກັບໄວ້ເລີຍ!
ແມ່ເຖົ້າລາວປ່ວຍ ມືຕໍ່ສາຍນ້ຳເກືອຢູ່ ຍັງພະຍາຍາມຢື້ອອກມາເອົາຜ້າຫົ່ມມາປົກໃຫ້ພໍ່ເຖົ້າທີ່ນອນເຝົ້າຢູ່ໃຕ້ຕຽງ!
ເຫັນຂ້ອຍຖ່າຍຮູບ ລາວຫັນມາ ຂ້ອຍເວົ້າຢອກ:
“ແມ່ເຖົ້າເອີຍ!ຄົນປ່ວຍ ເປັນຫ່ວງຄົນເຝົ້າເນາະ!”
ລາວຍີ້ມ ບອກ: “ຢ້ານຍຸງກັດເພີ່ນ!”
.
ໄດ້ເຫັນໄດ້ຍີນແລ້ວ ອົບອຸ່ນໃຈອີຫຼີ! ຊີວິດນີ້ ຊິມີຈັກຄູ່ຜົວເມຍ ທີ່ ເປັນຫ່ວງເປັນໃຍ ແລະ ໃສ່ໃຈກັນໄປຕະຫຼອດ ບໍ່ປ່ຽນແປງຈາກວັນແລກຈົນເຖີງວັນທີ່ແກ່ເຖົ້າໄປນຳກັນ! ໜ້າຮັກຫຼາຍ
.
Cr: Champa Dorkfa