
ອຸທາຫອນ! ໂຈນໂຫດລັດທາງຢັນເອົາລົດ ເຕືອນຜູ້ສັນຈອນເຂດດອນໜູນລະມັດລະວັງ
13th July 2020ເຕືອນຜູ້ໃຊ້ລົດໃຊ້ຖະໜົນ ໂດຍສະເພາະຜູ່ຂັບຂີ່ລົດຈັກ ໃຫ້ມີສະຕິລະວັງຕົວ ເພາະປັດຈຸບັນ ໂຈນຜູ້ຮ້າຍມີຫຼາຍ ມັນຈະມາໃນຮູບແບບໃດເຮົາບໍ່ສາມາດຮູ້ໄດ້ ດັ່ງນັ້ນ ການປ້ອງກັນຕົນເອງແມ່ນດີທີ່ສຸດ ເພື່ອບໍ່ໃຫ້ກາຍເປັນຜູ້ໂຊກຮ້າຍດັ່ງໜຸ່ມຄົນນີ້ທີ່ຖືກໂຈນລັດຢັນເອົາລົດ ເຮັດໃຫ້ບາດເຈັບເລັກນ້ອຍ.
ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624 ລາຍງານໃຫ້ຮູ້ວ່າ: ໃນວັນທີ 13 ກໍລະກົດ 2020 ເວລາ 13:24 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີເຫດຄົນຮ້າຍຢັນລົດຈັກ ເຂດ ບ້ານ ດອນໜູນ ເມຶອງ ໄຊທານີ ນະຄອນຫລວງວຽງຈັນ.
ດັ່ງນັ້ນ, ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບເປັນຊາຍ 01ຄົນ, ອາການເບື້ອງຕົ້ນແມ່ນມີບາດຈີກຢູ່ຄາງ ບາດແຜຖະຫລອກຕາມຕົນໂຕ, ສ່ວນລົດທີ່ຖືກຢັນເປັນລົດ ຍີ່ຫໍ້ຊູເມີ້ເອັກສີດຳຍັງບໍ່ມີປ້າຍທະບຽນ ແຕ່ກໍ່ໂຊກດີໂຈນບໍ່ສາມາດເອົາລົດໄປໄດ້; ຕໍ່ມາທີມໜ່ວຍກູ້ໄພຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍ ມິດຕະພາບ 150 ຕຽງ ເພຶອໄປປີ່ນປົວໃຫ້ຊ່ວງເຊົາ.