
ເປັນບຸນຕາ! ພົບພຣະພຸດທະຮູບເກົ່າແກ່ຈຳນວນຫຼາຍ ທີ່ ຜາແກ້ວ
6th August 2020ສາທຸ ສາທຸ 🙏 ພົບພຣະພຸດທະຮູບເກົ່າແກ່ຈຳນວນຫຼາຍ ທີ່ ຜາແກ້ວ ແຂວງໄຊຍະບູລີ !!!
ວັນທີ 6 ສິງຫາ 2020, ເພຈ Art and Culture of Laos ໄດ້ນຳສະເໜີ ເລື່ອງການຄົ້ນພົບພຣະພຸດທະຮູບເກົ່າແກ່ ໂດຍໄດ້ລະບຸວ່າ: ວັນທີ 04 ສິງຫາ 2020 ໄດ້ມີພະນັກງານຜູ້ໜຶ່ງ ຊື່ວ່າ ຕຸ້ຍ ຫຼັງຈາກເລີກວຽກແລ້ວ ຈຶ່ງໄດ້ໄປຊັກຊວນຫມູ່ຄູ່ຈຳນວນ 4 ຄົນ ໄປໃສ່ມອງເຈຍ ຢູ່ເທິງຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ ແລະ ໄດ້ພົບພຣະພຸດທະຮູບຈຳນວນຫລາຍ ຢູ່ໃນຖ້ຳແຫ່ງນັ້ນ
.
ຫຼັງຈາກນັ້ນຈຶ່ງໄດ້ໄປແຈ້ງນາຍບ້ານເຖົ້າແກ່ນາຍໂຮມໃຫ້ຮັບຊາບ ຕົກມາຮອດວັນທີ 05 ສິງຫາ 2020 ໂດຍການຊີ້ນຳຂອງຄະນະເຈົ້າເມືອງປາກລາຍ ເຫັນສົມຄວນນຳໄປເກັບຮັກສາໄວ້ທີ່ວັດ ເພື່ອຄວາມເປັນສິຣິມຸງຄຸນ ແລະ ຄວາມປອດໄພ
.
ທີ່ມາ: Art and Culture of Laos