
ຊາວເລບານອນຢືນການ 400ລ້ານກວ່າໂດລາ ຕ້ອງຈ່າຍມາ ຊົດເຊີຍທຸກສິ່ງທີ່ເສຍໄປຈາກເຫດລະເບີດໃຫຍ່
18th August 2020ຈາກເຫດການລະເບີດຄັ້ງໃຫຍ່ອັນສ້າງຄວາມສູນເສຍທັງຊັບສິນ, ເງິນຄໍາ, ແລະ ຊີວິດຂອງພໍ່ແມ່ປະຊາຊົນໃນປະເທດລີບັງ ຫຼື ເລບານອນ ເມື່ອຕົ້ນເດືອນສິງຫາ 2020 ທີ່ຜ່ານມາ ຫຼ້າສຸດ ປະຊາຊົນອອກມາປະທ້ວງຂໍຄ່າຊົດເຊີຍຈາກພາກສ່ວນກ່ຽວຂ້ອງ 400ລ້ານກວ່າໂດລາ.
ສູນເສຍປະຊາຊົນເກືອບພັນຊີວິດຈາກເຫດລະເບີດຄັ້ງນີ້
ຕາມແຫຼ່ງຂ່າວຈາກ ຊິນຮວາຂອງຈີນ, ເມື່ອບໍ່ດົນມານີ້, ທ່ານ ຮາອູລ ເນເມ, ລັດຖະມົນຕີ ວ່າການ ກະຊວງ ເສດຖະກິດ ຂອງລີບັງ ປະກາດວ່າ: ປະຊາຊົນ 2.500 ຄົນ ໄດ້ຢືນຂໍເງິນຊົດເຊີຍ ຈາກບໍລິສັດ ປະກັນໄພ ຄິດເປັນວົງເງິນ425 ລ້ານໂດລາ ສະຫະລັດ ສຳລັບຄວາມເສຍຫາຍ ທີ່ເກີດຂຶ້ນ ຈາກເຫດລະເບີດ ທຳລາຍລ້າງ ໃນນະຄອນຫລວງ ເບຣຸດ ແລະ ຄາດວ່າ ຈະມີຜູ້ຢືນຂໍເງິນຊົດເຊີຍສູງເຖິງ 10.000 ຄົນ.
ປະທ້ວງລັດຖະບານ
ຈາກນັ້ນ ທ່ານ ມີເຊລ ອູນ, ປະທານາທິບໍດີ ລີບັງ ຮຽກຮ້ອງ ໃຫ້ບໍລິສັດ ປະກັນໄພ ຈ່າຍຊົດເຊີຍ ຄ່າເສຍຫາຍ ໃຫ້ແກ່ ຜູ້ເຄາະຮ້າຍ ໃນຄັ້ງນີ້ ພ້ອມທັງ ຈະໃຫ້ການຊ່ວຍເຫລືອ ຜູ້ທີ່ມີບັນຫາ ກັບບໍລິສັດ ປະກັນໄພ ໃນອຸບັດເຫດດັ່ງກ່າວ ທີ່ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 177 ຄົນ ແລະ ບາດເຈັບອີກ 6.000 ຄົນ ຄິດເປັນມູນຄ່າ ຄວາມເສຍຫາຍ ຫລາຍຕື້ ໂດລາສະຫະ ລັດ.