
ເຕືອນຜູ້ຈະເດີນທາງໄປເມືອງເມິງ! ຕອນນີ້ທາງຍາກຫຼາຍ ຫາກຝືນອຸບັດເຫດອາດເກີດຂຶ້ນໄດ້
20th August 2020ເມື່ອຮອດລະດູຝົນ ເຊື່ອວ່າເສັ້ນທາງຢູ່ຫຼາຍເຂດໃນທົ່ວປະເທດຈະຫຍຸ້ງຍາກບໍ່ແມ່ນໜ້ອຍ ໂດຍສະເພາະແມ່ນເສັ້ນທາງດິນແດງ ໃນເຂດສອກຫຼີກ ຫຼື ຢູ່ຫ່າງໄກຕົວເມືອງ ຫາກຝົນມາຍາມໃດ ບໍ່ຢາກນຶກພາບ ທາງໂຫດກວ່າທາງໄປນາ.
ດັ່ງພາບທີ່ແອັດຈະນໍາສະເໜີຕໍ່ໄປນີ້ແມ່ນ ເສັ້ນທາງເຂດພາກເໜືອ ໂດຍຜູ້ໃຊ້ເຟສບຸກຊື່ Khamsan Selipanyo ໄດ້ໂພສພາບພ້ອມຂໍ້ຄວາມໄວ້ເມື່ອວັນທີ 19 ສິງຫາ 2020 ຜ່ານມາວ່າ: ນີ້ແມ່ນເສັ້ນທາງໄປຫາເມືອງເມິງເດີ້ບໍ່ຈຳເປັນບໍ່ຕ້ອງມາເດີ້. ເຊິ່ງເສັ້ນທາງດັ່ງກ່າວເປັນເສັ້ນທາງຕັດໃໝ່ ແຕ່ເມືອງເມິງ ຫາ ຊຽງດາວ ແຂວງບໍ່ແກ້ວ.
ລົດຄາເປັນແຖວ
ຈາກສະພາບເສັ້ນທາງທີ່ເຫັນ ແມ່ນຍາກຫຼາຍ ການສັນຈອນຕິດຂັດ, ລົດຈັກລົດໃຫຍ່ຄາຂີ້ຕົມ, ດິນໜຽວຖ້ວມຕີນລົດ, ສັນຈອນຍາກຫຼາຍ, ຂໍເຕືອນໃຜທີ່ຈະເດີນທາງໄປເຂດນັ້ນ ຢ່າຟ້າວໄປໃຫ້ເສຍເວລາ ແລະ ຕ້ອງໝັ່ນເບິ່ງຂ່າວກວດສອບສະພາບເສັ້ນທາງຜ່ານຂ່າວຢູ່ຕະຫຼອດ.