
ຕ້ອງການ 100 ຄົນ ພັກເຊົາຟຣີມີເງິນຂະຫຍັນໃຫ້ດີເລີຍ
14th January 2020ຂ່າວດີສໍາລັບໃຜທີ່ຍັງຫວ່າງງານ ຫຼື ຕ້ອງການປ່ຽນວຽກ ຫຼັງໂຮງງານ ວຽງຈັນໂອໂຕເມຊັນ ໂປຣດັກ ຈໍາກັດ ປະການຮັບສະໝັກເພື່ອນຮ່ວມງານ ຈໍານວນ 100 ຄົນ ຍິງ 70ຄົນ, ຊາຍ 30ຄົນ ໂດຍມີເງື່ອນໄຂຜູ້ສະໝັກດັ່ງລຸ່ມນີ້:
1 ຕ້ອງມີອາຍຸ 18-28ປີ, ມີມະນຸດສໍາພັນດີ, ລະດັບການສຶກສາ ສາມາດອ່ານໄດ້ຂຽນເປັນ ແລະ ຈົບ ມໍ 3 ຂຶ້ນໄປຈະພິຈາລະນາເປັນພິເສດ.
2 ສູງ 150ຊັງຕີແມັດຂຶ້ນໄປ, ສຸຂະພາບແຂງແຮງ, ຕາບໍ່ບອດສີ ແລະ ບໍ່ມີໂລກປະຈໍາຕົວ
3 ສາມາດເຮັດວຽກຢືນໄດ້, OT ໄດ້ ແລະ ເຂົ້າກໍ່ໄດ້
ພາບປະກອບເທົ່ານັ້ນ
4 ເອກະສານປະກອບມີ ຮູບຂະໜາດ 3×4, ໃບຢັ້ງຢືນທີ່ຢູ່, ໃບຮັບປະກັນ, ສໍາມະໂນຄົວ, ໃບກວດສຸຂະພາບ, ໃບແຈ້ງໂທດ ແລະ ໃບປະກາສະນິີຍະບັດ/ວິຊາສະເພາະ(ຖ້າມີ)
ສະຫວັດດີການທີ່ຈະໄດ້ຮັບ:
ພາບປະກອບເທົ່ານັ້ນ
1 ເງິນເດືອນເລີ່ມຕົ້ນ 1.200.000 ກີບຂຶ້ນໄປ(ເຮັດວຽກ ວັນຈັນ-ເສົາ)
2 ມີເຂົ້າໃຫ້ກິນ 2ຄາບຕໍມື້ (ໃນກໍລະນີທີ່ມີ OT)
3 ມີຫໍພັກ ບິງ-ຊາຍໃຫ້ຢູ່ຟຣີ
ພິເສດ: ທາງໂຮງງານຍັງມີເງິນໃຫ້ກິນເຂົ້າ, ເງິນຂະຫຍັນ ແລະ ສະຫວັດດີການອື່ນໆອີກ
ສະຖານທີ່ຂອງໂຮງງານຕັ້ງຢູ່ບ້ານດົງນາໂຊກໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
ຈາກທີ່ແອັດໄປຫາຂໍ້ມູນມາ ໂຮງງານດັ່ງກ່າວແມ່ນເຮັດກ່ຽວກັບການປະກອບສາຍໄຟລົດໃຫຍ່
ຫາກຕ້ອງການສະໝັກ ໂທ 021 550119 ຫຼື ວອດແອັບ 020 5976 4699
ສົນໃຈ
ຢ່າງເຮັດວຽກ ຮຽນຈົບວິຊາສະເພາະ
ຕ້ອງການຢາກເຮັດວຽກນຳຂໍ່ໃຫ້ທາງບໍ່ລິສັດພິຈາລະນາແນ່
ລະດັບປະລິຍາຕຣີ ວິສະວະກອນໄຟຟ້າ ກໍ່ຮັບບໍ່?
ສົນໃຈ ມາແຕ່ຕ່າງແຂວງ ພ້ອມເຮັດວຽກໄດ້ເລີຍ ໃບແຈ້ະໂທດ,ໃບປະກາດ ໃບຢ້ງຢືນໃບກວດສຸຂະພາບມີຄົບ