
ບົດຄວາມນີ້ຜູ້ຊາຍຄວນອ່ານ! ຄວາມຕື່ນເຕັ້ນທີ່ຈະໄດ້ເປັນພໍ່ຄົນ ແລະ ເຂົ້າໃຈຍິງທີ່ເປັນແມ່ຂອງລູກອຸ້ມລູກໃນທ້ອງຕັ້ງ 9 ເດືອນ ໂຄດທໍລະມານ
25th August 2020ຜູ້ໃຊເຟດບຸກ Bairry Inthasane Laos ໂພສເຖິງພັນຍາວ່າ: ຜ່ານມາ 8ເດືອນ, ທີ່ຕ້ອງຄອຍຕິດຕາມອາການຂອງແມ່ໜິງ, ຜູ້ທີ່ບໍ່ເຄີຍຍອມແພ້ຕໍ່ອາການແພ້ທ້ອງຂອງຕົນເອງ, ຍ້ອນເພື່ອລູກ ລາວຈຶ່ງຍອມສະລະຮ່າງກາຍ ຄວາມງາມຂອງລາວ ໃຫ້ກັບຜູ້ທີ່ຂື້ນຊື່ວ່າ “ລູກ”
.
ຢູ່ນຳກັນດີດີ ບາງຄັ້ງລາວກໍ່ໄຫ້ມີນຳ້ຕາ ແບບບໍ່ມີສາເຫດ, ຖາມກັບຄືນວ່າເຮົາເຮັດຫຍັງບໍ່ຖືກໃຈບໍ່ “ ຄຳຕອບທີ່ໄດ້ ລາວບອກ
ວ່າ ບໍ່ ຂ້ອຍເມື່ອຍ ເຮັດຫຍັງກໍ່ບໍ່ສະດວກ ຮ່າງກາຍປັບປ່ຽນຈົນເຮັດຫຍັງກໍ່ບໍ່ງ່າຍຄືແຕ່ກ່ອນ
ຢ່າຖາມຫາຄວາມງາມຈາກແມ່ມານເລີຍ ມັນບໍ່ມີດອກ ສະພາບທີ່ຢູ່ນຳກັນຕະຫຼອດເມຍກະປະມານນີ້ລະ ລຳພັງໃຫ້ເຂົາຖືພາ ກໍ່ບຸນຫົວມະຫາສານຂອງຜົວແລ້ວ
.
ແຕ່ທີ່ເວົ້າມາກໍ່ຜ່ານມາໄດ້ຕະຫຼອດ ຈົນຮອດເດືອນທີ 8 ແລ້ວ, ເມຍໃຜບໍ່ແພ້ທ້ອງ ບຸນນັ້ນຍິ້ງໃຫຍ່ແທ້ ສະບາຍເມຍ ສະບາຍຜົວ, ຢ່າອິນກັບໂພສຂ້ອຍເດີ ອາລົມພາໄປ ເລີຍຢາກຂຽນໃຫ້ເມຍ, ອີກ 1 ເດືອນເຮົາກໍ່ຈະໄດ້ພົບກັນແລ້ວ ລູກສາວອີພໍ່
ສິ່ງດຽວທີ່ເຮັດໄດ້ ຄືໃຫ້ກຳລັງໃຈ ຢູ່ແບບໃກ້ຊິດ, ເປັນກຳລັງໃຈໃຫ້ແມ່ມານທຸກຄົນເດີ ທີ່ຕ້ອງຮັບກັບອາການຕ່າງໆ ໃນເວລາທີ່ທຸກຄົນຖືພາ ສູ້ໆ ພໍ່ມືໃໝ່ທຸກຄົນ
ຂອບໃຈຮູບພາບທີ່ລັກຖ່າຍ ຈາກ : ອ້າຍເຈ້ຍ ປາຊິຟິກ , Bairry Inthasane Laos