
ດ່ວນ! ນັກໂທດແຫກຄຸກວານນີ້ ເຈົ້າໜ້າທີ່ຈັບຄືນໄດ້ແລ້ວ 5 ຄົນ
25th August 2020ຈາກເຫດການນັກໂທດແຫກຄຸກໂພນຕ້ອງ ເມື່ອວັນທີ 24 ສິງຫາ 2020 ທີ່ຜ່ານມາ, ໂດຍມີນັກໂທດໜີອອກມາໄດ້ທັງໝົດ 12 ຄົນ, ແຕ່ຫຼ້າສຸດ ມືີ້ນີ້ ວັນທີ 25 ສິງຫາ 2020 ເຈົ້າໜ້າທີ່ສາມາດຕາມຈັບຕົວໄດ້ແລ້ວ 5ຄົນ.
ເຈົ້າໜ້າທີ່ຄເານຄຸມຂັງໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນັກໂທດຈໍານວນ 12ຄົນ ທີ່ໜີອອກຈາກຄຸກ ມາຮອດປັດຈຸບັນເຈົ້າໜ້າທີ່ສາມາດຈັບຕົວໄດ້ແລ້ວ 5 ຄົນ, ສ້ວນຍັງອີກ 7ຄົນ ເຈົ້າໜ້າທີ່ສືບຕໍ່ຕິດຕາມນໍາຈັບຢູ່.
ໂດຍເຈົ້າໜ້າທີ່ຄ້າຍຄຸມຂອງ ເລັ່ງປະສານສົມທົບກັບເຈົ້າໜ້າທີ່ເມືອງຕ່າງໆໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃກ້ຄຽງ ເລັ່ງຕດຕາມເພື່ອຈັບຕົວກັບມາດໍາເນີນຄະດີຈາມລະບຽບກົດໝາຍຂອງບ້ານເມືອງ.
ແນວໃດກໍ່ຕາມ ຫາກມີຄວາມຄືບໜ້າແນວໃດນັ້ນ ແອັດຈະມາລາຍງານໃຫ້ຊາບຕື່ມ.