
ຄວາມຈິງເປັນແບບນີ້! ເຫດສື່ອອນລາຍນໍາສະເໜີ ແມ່ມານກິນເບຍແລ້ວເສຍຊີວິດ
28th August 2020ກ່ອນໜ້ານີ້ໃນສື່ສັງຄົມອອນລາຍໄດ້ແຊຄລິບເຫດການ ແລະ ບັນດາຂໍ້ມູນທີ່ສື່ອອນລາຍຫຼາຍໆເພຈ ນໍາສະເໜີໄປກ່ຽວກັບເຫດການແມ່ຍິງຖືພາ ກິນເບຍແລ້ວເສຍຊີວິດ ໃນວັນທີ 26 ສິງຫາ 2020 ທີ່ຜ່ານມາ ຢູ່ທີ່ ບ້ານປາງຫົກ ເມືອງໃໝ່ ແຂວງຜົ້ງສາລີ.
ເຊິ່ງຫຼັງຈາກເລື່ອງລາວເດັ່ງກ່າວຖືກເີຜຍແຜ່ອອກໄປກໍ່ມີຊາວເນັດເຂົ້າມາສະແດງຄວາມເຫັນໄປຕ່າງໆນາໆ ແຕ່ທີ່ໂຫດຮ້າຍແມານການໃສ່ຮ້າຍປ້າຍສີວ່າຜູ້ເສຍຊີວິດນັ້ນຖືພາ ທັ້ງທີ່ຄວາມຈິງແລ້ວບໍ່ແມ່ນແບບນັ້ນ.
ຫຼ້າສຸດ ມື້ວານນີ້ 27 ສິງຫາ 2020 ໝູ່ຂອງສາວຜູ້ເສຍຊີວິດ ໄດ້ອອກມາຊີ້ແຈງກ່ຽວກັບເຫດການດັ່ງກ່າວຜ່າຊ່ອງຢູທູບຊື່ວ່າ Hmong Japan ວ່າ: ຄວາມຈີງເລື່ອງກິນເບຍເສຍຊີວິດ ແມ່ຍິງຄົນນັ້ນລາວບໍໄດ້ຖືພາ. ໃນມື້ເກີດເຫດລາວໄດ້ໄປຮ່ວມງານດອງ ແລະ ໄດ້ດື່ມເບຍແທ້ແຕ່ບໍ່ໄດ້ຖືພາ ຫຼັງດື່ມເບຍເລັກນ້ອຍ ຫຼັງຈາກນັ້ນກໍ່ໄປຟ້ອນລຳວົງ ໃນຂະນະທີ່ກຳລັງຟ້ອນຢູ່ນັ້ນສາວຄົນນີ້ໄດ້ລົ້ມລົງ.
ຜູ້ທີ່ຢູ່ໃນເຫດການໄດ້ພະຍາຍາມຊ່ວຍໂຈມລາວຂຶ້ນມາ ແຕ່ລາວບໍ່ຮູ້ສືກແລ້ວ ຈິ່ງພາລາວກັບໄປເຮືອນແຕ່ກໍ່ບໍ່ມີປະຕິກິລິຍາຕອບສະໜອງ ຜູ້ກ່ຽວເສຍຊີວິດແລ້ວ ແລະ ແອັດຂໍຢໍ້າຄືນອີກຄັ້ງວ່າຜູ້ກ່ຽວບໍ່ໄດ້ຖືພາ
ມີຄລິບ