
ຫັກແລ້ວເດີ້ ຂົວນ້ຳຫຼີກທົນແຮງຢຽບບໍ່ໄຫວ
29th August 2020ຂົວໄມ້ຜ່ານນ້ຳຫຼີກແຂວງວຽງຈັນມາຮອດບ່າຍມື້ນີ້ໄດ້ຫັກລົງແລ້ວ ພາຍຫຼັງທົນຕໍ່ນ້ຳ 10 ລໍ້ຂົນຫີນບໍ່ໄຫວ ຕອນນີ້ຍັງບໍ່ສາມາດສັນຈອນໄດ້ ໜ້າເຫັນໃຈປະຊາຊົນ ລວມທັງຜູ້ເຈົ້າຂອງລົດຢຽບຂົວຊຸດນີ້ກໍ່ຂັວນເອີຍຂັວນມາເດີ້
ເລື່ອງລາວຂົວຫັກເກີດຂຶ້ນຕະຫຼອດຍ້ອນຂົນໜັກເກີນແຮງຮັບໄຫວ ຂອງບາງບໍລິສັດເມື່ອຫັກແລ້ວແປງຄືນກໍ່ບໍ່ຄືເກົ່າ ຫຼ້າສຸດນີ້ ຢູ່ຂົວນ້ຳລີກ ບ້ານໂພງທ່ຽງ ເມືອງກາສີ ແຂວງວຽງຈັນໄດ້ຫັກລົງແລ້ວ.
ຕາມຂ່າວຈາກແຂວງວຽງຈັນ ແຈ້ງໃນຕອນທ່ຽງວັນທີ 29 ສິງຫາ 2020 ຂົວນ້ຳລີກ ບ້ານໂພງທ່ຽງ ເມືອງກາສີ ແຂວງວຽງຈັນ ຫັກແລ້ວຍ້ອນລົດບັນທຸກແກ່ຫີນໜັກເກີນໄປ ຕອນນີ້ສັນຈອນໄປ-ມາ ບໍ່ໄດ້.
ຝາກໃຫ້ທຸກຄົນຄິດພິຈາລະນາຊ່ວຍກັນ ເພື່ອສ່ວນລວມ ຖ້າຂົນໜັກເກີນໄປຕ້ອງເບິ່ງຂົວທີ່ເໝາະສົມສາມາດຮັບນ້ຳໜັກໄດ້ ອັນສຳຄັນເພື່ອຕົວທ່ານເອງບໍ່ໃຫ້ໄດ້ເສຍເງິນ ບໍ່ສ່ຽງຕໍ່ຊີວິດ ແລະບໍ່ກະທົບຕໍ່ປະຊາຊົນຜູ້ຕ້ອງການໃຊ້ເສັ້ນທາງເປັນກໍລະນີເລັ່ງດ່ວນ!