
ໜ້າສົງສານ ຕາກໍຝາງບອດ, ຢູ່ຄົນດຽວ ເຮືອນກໍຊຸກໂຊມ ຮ່ວມສົມທົບທຶນສ້າງເຮືອນໃໝ່ໃຫ້ແມ່ຕູ້ນວນ ໄວ 92 ປີ ຢູ່ ເມືອງປາກຊ່ອງ
2nd September 2020ທ່ານອຳໄພວັນສຸພັນທອນ ປະທານບໍລິສັດ ມີສບິວຕີ້ຟາວເວີລາວ ຈຳກັດ ແລະ ຍັງເປັນປະທານເພື່ອສັງຄົມຊ່ວຍເຫລືສັງຄົມ ລົງພື້ນທີ່ດ້ວຍຄວາມຕັ້ງໃຈແລະມີຈຸດປະສົງຈະສ້າງເຮືອນຫລັງໃຫມ່ໃຫ້ແກ່ແມ່ເຖົ້ານວນ,ອາຍຸ92ປີ,ຕາບອດຝາງບໍ່ມີລູກຫລານເບິ່ງແຍງ,ທີ່ບ້ານຫລັກ48,ເມືອງປາກຊ່ອງ,ແຂວງຈຳປາສັກ
.
ທ່ານອຳໄພວັນສຸພັນທອນກ່າວທັ້ງນໍ້າຕາດ້ວຍຄວາມຈິງໃຈທີ່ຈະສ້າງບ້ານຫລັງໃຫມ່ໃຫ້ແກ່ແມ່ເຖົ້າ ເນື່ອງຈາກທ່ານປະທານໄດ້ເລເຫັນຄວາມຈຳເປັນອັນແທ້ຈິງແລະຄວາມຂັດສົນຍາກຈົນອີຫລີ,ແລະເນື່ອງຈາກຄວາມຄິດຮອດແມ່ເຖົ້າຂອງເພີ່ນທີ່ໄດ້ຈາກໂລກນີ້ໄປແລ້ວ
.
ທ່ານອຳໄພວັນສຸພັນທ້ອນພ້ອມດ້ວຍສະມາຊິກພະນັກງານບໍລິສັດ+ຜູ້ໃຈບຸນທີ່ຈະຮ່ວມສົມທົບທຶນຮ່ວມກັນສ້າງບ້ານໃຫ້ແມ່ເຖົ້ານວນຄົນລະເລັກຫນ້ອຍເຊິ່ງຂຶ້ນກັບຄວາມສະຫມັກໃຈຂອງຜູ້ໃຈບຸນຈະຄຸ້ນຄ້ຽວສ້າງເຮືອນຫລັງໃຫມ່ໃຫ້ແມ່ເຖົ້າໃຫ້ສຳເລັດພາຍໃນທ້າຍເດືອນກັນຍານີ້,ທ້າຍເດືອນ09/2020ນີ້
.
ຫລືຖ້າຫາກທ່ານໃດສົນໃຈຢາກຮ່ວມສົມທົບທຶນໃນການຕໍ່ຍອດການສ້າງບຸນດັ່ງກ່າວຂ້າພະເຈົ້າໃນນາມເປັນແກນຫລັກຂອງໂຄງການ ສ້າງບ້ານຫລັງໃຫມ່ໃຫ້ແມ່ເຖົ້ານວນນີ້ຍິນດີນ້ອມຮັບການຮ່ວມບໍລິຈາກສົມທົບທຶນໂດຍທ່ານສາມາດໂອນຜ່ານບັນຊີຂອງບໍລິສັດຂ້າພະເຈ້າໄດ້
ຊື່ບັນຊີ:Miss Beauty Power Lao Sole Co.,Ltd
ເລກບັນຊີ: 090 11 0001 8077 62 001
ຫລືທ່ານສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ:
020 59484333 ໂທ&ວັອດແອັບ
020 2980 8051ໂທ&ວັອດແອັບ
ຄວາມເຈັບປວດແລະທໍລະມານທີ່ບໍ່ສາມາດບັນຍາຍໄດ້ຂໍໃຫ້ນໍ້າຕານັ້ນແທນຄວາມຮູ້ສຶກຈາກທັງ2ຝ່າຍ
ຂໍໃຫ້ທຸກຄົນທີ່ເປັນຄົນລາວຊ່ວຍເຫລືອເຊິ່ງກັນແລະກັນ