
ຂ່າວສຸດຊັອກ ເດິ ຣັອກ ດາລາຮອລລີວູດ ພ້ອມຄອບຄົວ ກວດຫາໂຄວິດ ຜົນເປັນບວກ
3rd September 2020ນັບເປັນຂ່າວທີ່ສ້າງຄວາມຕົກໃຈໃຫເກັບບັນດາແຟນຄລັບ ແລະ ດາລາໃນທົ່ວໂລກສໍາລັບເລື່ອງລາວສຸດຊັອກ ເດິ ຣັອກ ດາລານັກສະແດງຮອລລີວູດ ອອກມາປະກາດຜ່ານ ໄອຈີສ່ວນຕົວວ່າ ຕົນເອງ ແລະ ຄອບຄົວ ກໍ່ຄືເມຍ ແລະ ລູກອີກ 2 ຄົນ ກວດເຊື້ອຫາໂຄວິດ ຜົນປາກົດວ່າເປັນບວກ.
ດເວຍ໌ນ ຈອຫ໌ສັນ ຫຼື ເດິ ຣັອກ ນັກສະແດງຮອລລີວູດຊື່ດັງ ໂພສຄລິບ ລະບຸວ່າ ຕົນເອງ ເມຍ ແລະ ລູກສາວ 2ຄົນ ມີຜົນກວດເຊື້ອໂູວິດ-19 ເປັນບວກ ພ້ອມກັບຂຽນຂໍ້ຄວາມໃຫ້ຄົນຜູ້ດູແລສຸຂະພາບຂອງຕົວເອງ ໃຫ້ໃສ່ໜ້າກາກອະນາໄມ, ດູແລຄອບຄົວ ລະວັງຜູ້ເຂົ້າອອກທີ່ພັກອາໄສ ເບິ່ງໂລກໃນແງ່ດີ ແລະ ໃສ່ໃຈຄົນຮອບຂ້າງ ພ້ອມກັບຂໍໃຫ້ທຸກຄົນມີສຸຂະພາບທີ່ແຂງແຮງ.
ແນວໃດກໍ່ຕາມ ແອັດມິນຫວັງວ່າຄອບຄົວຂອງ ເດິ ຣັອກ ຈະຜ່ານວິກິດ ພ້ອມສູ້ກັບເຊື້ອພະຍາດຮ້າຍນີ້ ໃຫ້ມັນພ່າຍແພ້ໄປໄດ້ສໍາເລັດ.