
ຜັກແປ້ງນົວ ສັບພະຄຸນຫຼາຍຢ່າງ ຮູ້ແລ້ວຕ້ອງຫາມາກິນດ່ວນ!
4th September 2020ຜັກແປ້ງນົວເປັນໄມ້ພຸ່ມ, ອາຍຸຫຼາຍປີ. ລຳຕົ້ນມີລັກສະນະອວບໜາ, ສູງ 2-4 ມ. ຫຼື ອາດສູງກວ່ານີ້ ເປືອກລຳຕົ້ນເປັນສີນ້ຳຕານ, ເມື່ອຫັກຈະເຫັນນ້ຳຢາງສີຂາວຢູ່ພາຍໃນ
ນິຍົມນຳມາປູງແຕ່ງເປັນອາຫານໂດຍເກັບຍອດອ່ອນ ແລະ ໃບອ່ອນ. ສ່ວນຫຼາຍມັກປະສົມກັບອາຫານປະເພດຕ່າງໆເຊັ່ນຂົ້ວ, ເອະ, ແກງ ແລະ ອື່ນໆ.
ລົດຊາດຂອງມັນຈະຄ້າຍກັບຜັກຄະນ້າ ແຕ່ແຊບກວ່າ. ນອກຈາກເປັນອາຫານທີ່ມີຣົດຊາດແຊບແລ້ວ ຍັງມີ ຄຸນປະໂຫຍດທາງດ້ານການຢາ ເຊັ່ນ:
ໃຊ້ເປັນຢາລະບາຍ, ຂັບປັດສະວະ, ເພີ່ມການໄຫຼວຽນຂອງເລືອດ, ຊ່ວຍຍ່ອຍອາຫານ, ຊ່ວຍບຳລຸງສາຍຕາ, ຊ່ວຍຫຼຸດນ້ຳໜັກ, ລ້າງສານພິດຈາກໝາກໄຂ່ຫຼັງ, ປ້ອງກັນການເຈັບຫົວ, ເພີ່ມແຄລຊຽມໃຫ້ກະດູກ, ຊ່ວຍຂ້າເຊື້ອໃນປອດ, ປ້ອງກັນເລືອດຈາງເພີ່ມທາດເຫຼັກໃນເລືອດ, ຊ່ວຍຄວບຄຸມນ້ຳຕານກັບຜູ້ເປັນພະຍາດເບົາຫວານ, ຊ່ວຍບຳລຸງສະໝອງໃຫ້ເຮັດວຽກຢ່າງມີປະສິດທິພາບ.
ແຕ່ຄໍາເຕືອນໃຫ້ກິນສຸກເທົ່ານັ້ນ ເພາະຖ້າກິນດິບອາດຈະເປັນພິດໄດ້ ເພາະບາງຄົນແພ້ ພຽງແຕ່ຊູນ ຫຼື ສຳຜັດອາດເຮັດໃຫ້ເກີດຕຸ່ມ ພື່ນຂຶ້ນ ສະນັ້ນກໍລະວັງແນ່ແລ້ວກັນເດີ້.
ຈາກ: A MR