
ອ້າວ! ໃຜຢາກຮຽນຂົງຈື ສົກ 2020-2021 ອົດໄປກ່ອນເພິ່ນບໍ່ຮັບນັກສຶກສາໃໝ່
5th September 2020ອີງຕາມ ຈຳນວນຄູອາຈານຈີນທີ່ ສຂຈ ໝົດວາລະ ແລະ ໄດ້ກັບ ສປ ຈີນ ຈຳນວນຫລາຍມີເຖິງ 13 ທ່ານ ແລະ ສຳນັກງານໃຫຍ່ສະຖາບັນຂົງຈືກໍບໍ່ສາມາດນຳສົ່ງອາຈານຈີນໄປສິດສອນພາສາຈີນທີ່ຕ່າງປະເທດໄດ້ຍ້ອນການແຜ່ລະບາດຂອງ ໂຄວິດ-19.
ອີງຕາມຈໍານວນນັກສຶກສາເກົ່າສືບຕໍ່ຮຽນພາສາຈີນໃນສົກຮຽນ 2020-2021 ແລະມາລົງທະບຽນຮຽນຕໍ່ແມ່ນມີຈຳນວນຫຼາຍເຖິງ 1.129 ຄົນ.
ອີງຕາມ ທິດຊີ້ນໍາຂອງຄະນະນໍາ ແລະ ໜ້າທີ່-ຄວາມຮັບຜິດຊອບຂອງສະຖາບັນຂົງຈື ມຊ ທີ່ໄດ້ຖືກຮັບມອບໝາຍຝຶກອົບຮົມຍົກລະດັບພາສາຈີນໃຫ້ພະນັກງານບໍລິສັດລົດໄຟລາວຈີນ ແລະ ບໍລິສັດພັດທະນາທາງດ່ວນ ວຽງຈັນ-ວັງວຽງ ເປັນຈຳນວນ 600 ກວ່າຄົນ.
ອີງຕາມຄວາມອາດສາມາດຮັບນັກສຶກສາທີ່ຮຽນຢູ່ສະຖາບັນໄດ້ປະມານ 1500-1700 ຄົນ ໂດຍອີງໃສ່ຈໍານວນຄູສອນທີ່ມີຢູ່. ສະຖາບັນຂົງຈື ມຊ ຂໍຖືເປັນກຽດແຈ້ງມາຍັງນັກຮຽນນັກສຶກສາ ແລະ ຜູ້ທີ່ສົນໃຈຮຽນພາສາຈີນຮັບຊາບວ່າ: ສຳລັບສົກຮຽນ 2020-2021 (ຊຸດທີ 21 ໃນເດືອນ 10) ນີ້ ທາງສະຖາບັນຈະບໍ່ສາມາດເປີດກ້ວາງຮັບນັກສຶກສາໃໝ່ຄືດັ່ງທີ່ຜ່ານມາໄດ້ ແລະ ຂໍເລື່ອນການຮັບນັກສຶກສາໃຫມ່ໄປໄວ້ໃນເດືອນກຸມພາ ປີ 2021,.ສະນັ້ນ, ຈຶ່ງແຈ້ງໃຫ້ບັນດາທ່ານຮັບຊາບ ແລະ ຂໍອະໄພມາຍັງບັນດາທ່ານໃນທີ່ນີ້ດ້ວຍ.
ຂໍ້ມູນ: ສະຖາບັນຂົງຈື ມຊ