
ຊ່ວຍກັນຊົນລະແຊຕາມຫານ້ອງຊາຍຫາຍຕົວໄປຫຼາຍມື້ແລ້ວ
7th September 2020ທາງຄອບຄົວນ້ອງຊາຍຄົນນີ້ຂໍແຮງສັດທາຊາວໂຊຊຽວ ຊ່ວຍຕາມຫານ້ອງຊາຍເພິ່ນທີ່ອອກແຕ່ບ້ານໄປເປັນເວລາ 5 ວັນແລ້ວ ແຕ່ຍັງບໍ່ເຫັນກັບບ້ານເລີຍ, ຄອບຄົວມີຄວາມເປັນຫ່ວງຫຼາຍຈິ່ງຝາກສື່ສັງຄົມອອນລາຍເປັນຫູເປັນຕາຊ່ວຍ.
ຄົນຫາຍ ຊື່ ທ້າວ ປານຄຳ ລຸນນະລາດ (ເລ້) ບ້ານ ຂຸນຕາທ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເໍຊິ່ງຜູ້ກ່ຽວໄດ້ອອກຈາກບ້ານໄປແຕ່ວັນທີ 4 ເດືອນ 9 2020 ປານນີ້ຍັງບໍ່ກັບ.
ຜູ້ກ່ຽວມື້ອອກຈາກເຮືອນແມ່ນນຸ່ງເສື້ອກັນລົມສີຄີມ, ຂີ່ລົດເວັບສີ ຟ້າ ປ້າຍທະບຽນ ກພ 9149
ຖ້າຫາກໃຜພົບເຫັນຄົນໃນຮູບນີ້ ຊ່ວຍຕິດຕໍ່ຫລື ໃຫ້ຂໍ້ມູນແກ່ຄອບຄົວຜູ້ກ່ຽວດ້ວຍ ທີ່ເຟສບຸກຊື່ MuAuan Amphaivanh ຫຼື ໂທຕິດຕໍ່ທີ່ໝາຍເລກໂທລະສັບ 02054847908, 02029292289.