ບູຮານຄະດີແລະປະຫວັດສາດລາວ ເມືອງວຽງຈັນສະໄໝອານາຈັກລາວລ້ານຊ້າງ ແຕ່ ປີ 1353 -1560

ບູຮານຄະດີແລະປະຫວັດສາດລາວ ເມືອງວຽງຈັນສະໄໝອານາຈັກລາວລ້ານຊ້າງ ແຕ່ ປີ 1353 -1560

18th January 2020 0 By Entertain

ພະເຈົ້າຟ້າງຸ່ມທ້ອນ ໂຮມປະເທດຊາດ ໃນສະຕະວັດທີ 14 ນັ້ນ ຈຶ່ງຮູ້ວ່າ ເມືອງວຽງຈັນ ໄດ້ກາຍເປັນນະຄອນລັດໜຶ່ງທີ່ເຂັ້ມແຂງສົມຄວນແລ້ວແຕ່ບໍ່ທັນ ມີກຳແພງເມືອງເທື່ອ. ຕັ້ງແຕ່ພະເຈົ້າຟ້າງຸ່ມເຕົ້າໂຮມແຜ່ນດິນ ແຕ່ປີ 1353 ຈົນ ເຖິງ ປີ 1560 (204 ປີ) ເມືອງ ຫຼວງຂອງປະເທດ ຍັງຕັ້ງຢູ່ ນະຄອນຊຽງທອງ (ເມືອງຫຼວງພະບາງ) ໂດຍມີພະເຈົ້າແຜ່ນດິນຫຼາຍອົງສືບຕໍ່ກັນປົກຄອງລາວມາດັ່ງນີ້ :

ພະເຈົ້າຟ້າງຸ່ມ 1353 -1371 ປົກຄອງໄດ້ 18 ປີ, ພະເຈົ້າສາມແສນໄທ 1372 -1417 ຜູ້ຈັດລະບຽບການປົກຄອງລາວ ຄືນໃໝ່ ປົກຄອງໄດ້ 45 ປີ, ພະເຈົ້າລ້ານຄຳແດງ 1417-1428 ປົກຄອງໄດ້ 11 ປີ, ໃນລະຫວ່າງ 1428-1438 ບໍ່ມີເຈົ້າຊີວິດ ເພາະນາງນ້ອຍນົງຮຽວ ທຳການກະບົດແລ້ວຂ້າລູກພະເຈົ້າສາມແສນໄທ, ພະເຈົ້າໄຊຈັກກະພັດ (ວັງບູລີ) 1438 -1480 ປົກຄອງໄດ້ 42 ປີ.

ພະເຈົ້າສຸວັນນະບັນລັງ 1480 -1485 ປົກຄອງໄດ້ 5 ປີ, ພະເຈົ້າຫຼ້າແສນໄຕ ພູວະນາດ 1485 -1495  ປົກຄອງໄດ້ 10 ປີ, ພະເຈົ້າຊົມພູ 1495 -1498 ປົກຄອງໄດ້ 3 ປີ, ພະເຈົ້າວິຊຸນະລາດ 1500 -1520 ປົກຄອງໄດ້ 20 ປີ, ທັງເປັນຂຽນຕຳນານຂຸນບູລົມ, ສ້າງວັດວິຊຸນະລາດ ແລະ ວັດມະໂນລົມ ທີ່ ຫຼວງພະບາງ, ພະເຈົ້າໂພທິສະລາດ 1520 -1550 ປົກຄອງໄດ້ 30ປີ,

ນະຄອນວຽງຈັນ ໄດ້ມີປະຫວັດຕິດພັນກັບພະທາດຫຼວງມານານຫລາຍຮ້ອຍປີແລ້ວ ແລະ ການພັດທະນານະຄອນວຽງຈັນ ກໍ່ຕິດພັນ ກັບຄວາມສີວິໄລຈາກອິນເດຍ, ຂະເໝນ , ພະມ້າ, ມອນ, ຈີນ ແລະ ສະຫຍາມມາຕະຫຼອດ. ແຕ່ສິ່ງສຳຄັນທາງດ້ານຊີວິດຈິດໃຈຂອງ ຊາວວຽງຈັນ ແມ່ນ ຖືສາສະໜາພຸດເປັນຫຼັກປົນເປກັບຮີດຄອງປະເພນີຂອງ ພາມ, ແຕ່ ຄົນລາວ ມີສິນທຳປະຈຳໃຈ, ມີນິດໃສອ່ອນ ຫວານ , ຈິດ ໃຈກ້ວາງຂວາງ, ມັກຄວາມສະຫງົບ, ບໍ່ມັກຮຸກຮາ ນໃຜ, ຢູ່ໃນສິນກິນໃນທຳແທ້ດັ່ງຈະສັງເກດເຫັນໄດ້ ແຕ່ລະດ້ານດັ່ງຕໍ່ໄປ ນີ້:

ການດຳລົງຊີວິດແບບງ່າຍດາຍ :  ເຮືອນຮ້ານ ບ້ານເສົາ ເປົ່າແຄນ ກິນເຂົ້າໜຽວ ຄ້ຽວປາແດກ  ນີ້ແມ່ນເອກະລັກຂອງລາວ ແຕ່ໃດ ມາ; ການສ້າງຜັງເມືອງ ເມືອງວຽງຈັນ ແຕ່ສະໄໝສີໂຄດຕະບອງມາ ແມ່ນກວມເອົາທັງຝັ່ງຂວາຂອງ ແມ່ນຳ້ຂອງນຳດ້ວຍ. ສະຖານທີ່ກ້ອງປາກປ່າສັກນັ້ນແມ່ນທີ່ຕັ້ງຂອງມະເຫສັກຫຼັກ ເມືອງມາແຕ່ກ່ອນເພາະວ່າກ່ອນຈະຊ່ວງເຮືອອອກພັນສາທຸກໆປີ ເພິ່ນຕ້ອງມາ ຄາລະວະບູຊາບ່ອນສັກສິດແຫ່ງນີ້ກ່ອນ, ແຕ່ສະໄໝອານາຈັກລາວລ້ານຊ້າງມາຣາຊະວັງແມ່ນສະຖານທີ່ ຫໍຄຳ ດຽວນີ້.

.

ສະຖາປັດຕະຍະກຳ ໃນເມື່ອກ່ອນນັ້ນບໍ່ທັນມີຄັນຄູນໍ້າຂອງຈຶ່ງຖ້ວມເມືອງວຽງຈັນເລື້ອຍໆ ເປັນໄລຍະ 20 ຫາ 50 ປີ ສະນັ້ນເຮືອນຂອງ ຊາວວຽງຈັນ ຈຶ່ງແມ່ນເຮືອນທີ່ມີກ້ອງລ່າງສູງກ່ວາແຫ່ງອື່ນໆ ເພື່ອອາໄສຢູ່ໃນເວລານ້ຳຖ້ວມ, ເປັນເຮືອນຫຼັງບໍ່ໃຫຍ່ແຕ່ມີຫ້ອງນອນ, ຊານ, ເຮືອນຄົວ, ຫຼັງຄາມຸງດ້ວຍຫຍ້າ, ມີກ້ອງຕະລ່າງ, ມີຂັ້ນໄດ ແລະ ຮ້ານນໍ້າດື່ມມີເຊຍ ເພື່ອຮັບແຂກ ແລະ ທຳບຸນ (ກ້ອງຕະລ່າງ ໃຊ້ເພື່ອມ້ຽນ ເລົ້າເຂົ້າ, ຄົກມອງ, ມ້ຽນ ໄຖ ຄາດ, ເປັນ ຄອກ ສັດ, ຕັ້ງກີ່ ຫຼື ເຕົາຫຼໍ່). ບາງບ້ານກໍ່ມີຄອກງົວ, ຄວາຍຢູ່ຕ່າງຫາກ, ແຄມບ້ານ ມີກົກມີ້, ກົກມ່ວງ, ກົກພ້າວ, ກົກໝາກ, ເຄືອພູ ແລະ ມີສວນຄົວອີກ.

ເຄື່ອງໃຊ້ທີ່ຄົ້ນພົບມີ: ດິນເຜົາເຊັ່ນຖ້ວຍ, ຊາມ, ໄຫ, ໝໍ້, ກອກສູບຢາ, ເຄື່ອງເອ້ເຮັດດ້ວຍທອງສຳລິດ, ພ້າ, ຂວານ ທີ່ ເຮັດດ້ວຍເຫຼັກ, ມີ ອາວຸດ ເປັນ ງ້າວ, ຫອກ ເຮັດດ້ວຍເຫຼັກກ້າ. ອຸປະກອນກໍ່ສ້າງເຮືອນຊານນັ້ນ ຈະເລີ່ມຈາກ ໄມ້ປ່ອງ, ຫຍ້າຄາໄປຫາໄມ້ເນື້ອແຂງ, ແລ້ວດິນເຜົາ (ດິນຈີ່ ດິນຂໍ). ສ່ວນວັດວາອາຮາມ, ທາດຕ່າງໆພັດສ້າງດ້ວຍຫີນປ່ຽງ, (ຫີນ ແຊງ, ດິນຈີ່, ດິນຂໍ) ຊຶ່ງເຫັນຢູ່ຕາມພື້ນວັດ ແລະ ທາດເກົ່າ ວັດສີເມືອງ, ວັດອິນແປງ, ວັດໜອງບອນ, ພື້ນພະທາດຫຼວງຕ່າງໆຈຶ່ງສັນນິຖານວ່າ ສ້າງໃນສະໄໝສີໂຄດຕະບອງ. ໃນບັ້ນປາຍຊາວວຽງຈັນ ເລີ່ມໃຊ້ປະທາຍກໍ່ແລ້ວ (ປູນປະສົມຊາຍ, ໜັງ ຄວາຍ, ນຳ້ອ້ອຍ ແລະ ຢາງໄມ້) ໃນການກໍ່ທາດກໍ່ສິມ ຊຶ່ງປະກົດໃຫ້ເຫັນໃນທາດເກົ່າແກ່ຕ່າງໆ).

ສິລະປະກຳ: ໄດ້ເຫັນສິລະປະກຳຂອງມອນ, ຂະເໝນ ແລະ ອິນເດຍ ຊັບປົນກັນ ຢູ່ຕາມວັດຕ່າງໆ. ສ່ວນສິລະປະຂອງຄົນລາວນັ້ນ ແມ່ນ ການຄວັດລາຍໃສ່ໄມ້, ຫຼໍ່ພະ, ຄ້ອງ, ລະຄັງດ້ວຍທອງ, ເຮັດເຄື່ອງເອ້ຍ້ອງ ແລະ ເຄື່ອງໃຊ້ສອຍດ້ວຍທອງສຳລິດ ແລະ ດິນເຜົາ, ແຕ້ມຮູບ ສີ ໃສ່ ຝາວັດ ແລະ ໃຊ້ນຳ້ກ້ຽງເປັນສີທາພື້ນ .

ການຂົນສົ່ງ : ພາຫະນະເດີນທາງແມ່ນ ມີການນຳໃຊ້ມ້າ, ຊ້າງ ຕ່າງ ເຄື່ອງ ແລະ ກວຽນລາກແກ່, ມີເຮືອໃຊ້ເດີນ ທາງນ້ຳ . ການຂົນ ສົ່ງ ທາງບົກ ແມ່ນໃຊ້ເສັ້ນທາງຕິດຕໍ່ລະຫວ່າງເມືອງ ຫາເມືອງ ເປັນທາງດິນ , ສ່ວນບ້ານ ໄປຫາກັນເປັນທາງທຳມະຊາດ ແລະ ບໍ່ກວ້າງ ບໍ່ຊື່ ພໍທໍ່ໃດ ພຽງແຕ່ໃຫ້ກວຽນ, ລໍ້, ຊ້າງ, ມ້າໄປມາໄດ້ໃນລະດູແລ້ງເທົ່ານັ້ນ. ການເຄື່ອນທັບຂອງພະຍາຟ້າງຸ່ມ ແລະ ພະອົງອື່ນໆ ກໍ່ໜ້າຈະມີ ເສັ້ນທາງໄປຢູ່ແລ້ວ, ແຕ່ຍ້ອນການເວລາ ຈຶ່ງໄດ້ລຶບຮ່ອງຮອຍໄປໝົດ. ການຍົກທັບໄປຕີສັດຕູຜູ້ຮຸກຮານແມ່ນ ໃຊ້ການເດີນທາງໆດິນເປັນຕົ້ນຕໍ ເພາະລາວມີຊ້າງ, ມ້າຫຼາຍ.

ພົນລະເມືອງ : ເມືອງວຽງຈັນສະໄໝຈັນທະບູລີ ນັ້ນ : ຄົງຈະຢູ່ໃນຈຳນວນ ປະມານ 3 ແສນ ກ່ວາຄົນ. ປະຊາຊົນວຽງຈັນສ່ວນຫລາຍແມ່ນ ຕັ້ງບ້ານເຮືອນຢູ່ຕາມແຄມຂອງ ແລະ ອີກສ່ວນໜຶ່ງຕັ້ງເຮືອນຕາມທົ່ງນາ, ຮົ້ວສວນຢ່າງກະແຈກກະຈາຍ, ດັ່ງນັ້ນຈຶ່ງສັນນິ ຖານວ່າ ປະມານ 3 ຫາ 4 ໝື່ນຄົນອາດຈະມາໂຮມກັນຢູ່ ໃນເມືອງຈັນທະບູລີ.

ນະຄອນຫຼວງວຽງຈັນ ມີອາຍຸຄົບຮອບ 450 ປີ 1560-2010 ນະຄອນຊຽງທອງ ເປັນເມືອງເອກຂອງອານາຈັກລ້ານຊ້າງມາ ໄດ້ 207 ປີ ຈິ່ງມີການປ່ຽນແປງ, ເມື່ອ ປີ 1560 ເຈົ້າ ໄຊຍະເສດຖາທິລາດກະສັດອົງ ທີ 10 ຂອງອານາຈັກລ້ານຊ້າງໄດ້ ຍ້າຍລາຊະທານີຈາກຊຽງທອງມາຢູ່ວຽງຈັນ ໂດຍໃສ່ຊື່ວ່າ ຈັນທະບູລີສີສັດຕະນະຄະນະຫຸດອຸກະມະລາຊະທານນີ.

ການຍົກຍ້າຍລາຊະທານີຈາກຊຽງທອງມາຢູ່ວຽງຈັນ ແມ່ນດ້ວຍເຫດຜົນຄື :ຊຽງທອງຢູ່ ໃກ້ກັບເສັ້ນທາງ ຜ່ານໄປມາ ຂອງ ພວກສັກ ດີນາພະມ້າ (ມຽນມາ ໃ ນປະຈຸ ບັນ) ເຊິ່ງຍາມນັ້ນໄດ້ແຜ່ ອິດທິພົນມາທາງສະຫຍາມ, ລ້ານນາ ແລະ ລ້ານຊ້າງ. ດ້ານໜຶ່ງຊຽງທອງ ກໍ ເປັນເຂດຄັບແຄບບໍ່ສາມາດຂະຫຍາຍ ບ່ອນທຳມາຫາກິນໃຫ້ປະຊາຊົນໄດ້, ສ່ວນວຽງຈັນ ດ້ານທີ່ຕັ້ງ ກໍແມ່ນຢູ່ໃຈ ກາງຂອງປະເທດ ຊາດ (ເໜືອ-ໃຕ້; ຕາເວັນອອກ-ຕາເວັນຕົກ) ແລະ ເປັນເຂດທີ່ມີທົ່ງພຽງອຸດົມສົມບູນໄປດ້ວຍເຂົ້າປາອາຫານ ແລະ ບ່ອນທຳມາຫາກິນກໍ່ກວ້າງຂວາງ.

ໄລຍະ 333 ປີ ຂອງອານາຈັກ ລ້ານຊ້າງ ເອກະລາດ ເອກະພາບ: ພາຍຫລັງ ທີ່ ຍ້າຍລາຊະທານີມາຕັ້ງຢູ່ວຽງຈັນ 1560 ເຈົ້າ ໄຊຍະເສດຖາທິລາດ ໄດ້ສືບຕໍ່ຜັນຂະຫຍາຍພາລະກິດຂອງເຈົ້າຟ້າງຸ່ມ ເພື່ອສ້າງຄວາມສາມັກຄີ ແລະ ສະຕິເປັນເອກະພາບຂອງຊາດໂດຍສ້າງ ກິດຈະກຳຕ່າງໆຄື:

ສ້າງທາດຫລວງກວມເອົາທາດລູກເກົ່າ, ສ້າງ ວັດວາອາຮາມໃໝ່ຫລາຍບ່ອນ, ເອົາສາສະໜາພຸດເປັນໃຈກາງ ໃນການ ສ້າງສະຕິຊາດ ເປັນເອກະພາບ, ສ້າງລາຊະວັງໃໝ່ ເພື່ອເສີມປາລະມີ ແລະ ສ້າງຄວາມເຊື່ອໝັ້ນໃຫ້ ກັບປະຊາຊົນ. ໄດ້ປະຕິບັດນະໂຍບາຍ ສັນຕິພາບ ແລະ ມິດຕະພາບ ກັບປະເທດໃກ້ຄຽງເປັນຕົ້ນແມ່ນກັບອະຍຸດທະຍາ ໂດຍໄດ້ຮ່ວມກັນສ້າງທາດສີສອງຮັກ ຢູ່ເມືອງດ່ານຊ້າຍ ແຂວງເລີຍ ຂອງໄທໃນປັດຈຸບັນ (ແຕ່ກ່ອນເປັນດິນຂອງລາວ), ເພື່ອເປັນສັນຍາລັກແຫ່ງ ສັນຕິພາບ ແລະ ມິດຕະພາບຕໍ່ກັນແນ່ນໃສ່ຕ້ານສັດຕູຮ່ວມກັນຄື ພະມ້າທີ່ພວມແຜ່ອຳນາດເຂົ້າສູ່ລ້ານຊ້າງ ແລະ ອະຍຸດທະຍາໃນເວລານັ້ນ.

ໄດ້ນຳພາປະຊາຊົນຕ້ານ ການລ່ວງລຳ້ດິນແດນຂອງພະມ້າສອງຄັ້ງ ເຊິ່ງທັງສອງຄັ້ງກໍລ້ວນ ແຕ່ໄດ້ຮັບໄຊຊະນະ. ພ້ອມກັນນັ້ນເຈົ້າ ໄຊຍະເສດຖາທິລາດຍັງໄດ້ນຳທັບ ໄປຕີ ພະມ້າທີ່ເຂົ້າມາຕີ ອະຍຸດທະຍາ(ໄທ)ຢູ່ ເມືອງພິດສະນຸໂລກ.

ໄດ້ ນຳກຳລັງລົງໄປປາບຂະ ບວນກາ ນລຸກ ຮື້ຂຶ້ນຂອງ ຊາວນາ ຢູ່ພາກໃຕ້ລາວ(ແຂວງອັດຕະປື) ແລະ ໄດ້ເສຍຊີວິດຢູ່ທີ່ນັ້ນ. ຈົນເຖິງປັດຈຸບັນການເສຍຊີວິດຂອງເພີ່ນກໍຍັງເປັນປິດສະໜາຢູ່. ວິລະກຳຂອງເຈົ້າໄຊຍະເສດຖາທິລາດໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນມູນເຊື້ອຂອງຊາດ: ມູນເຊື້ອແຫ່ງຄວາມສາມັກຄີ ແລະ ສະຕິຊາດ ເອກະພາບ, ພະ ອົງເປັນກະສັດ ລາວອົງໜຶ່ງທີ່ມີນ້ຳໃຈຕໍ່ສູ້ເດັດດ່ຽວກ້າຫານນຳພາ ປົກປັກຮັກສາ ແລະ ສ້າງປະເທດ ຊາດ, ເປັ ນແວ່ນ ແຍງ ອັນ ໃສ ແຈ້ງໃຫ້ ແກ່ຄົນ ລາວ ຮຸ່ນ ປະຈຸ ບັ ນໄດ້ ສືບ ທອດ ແລະ ຮ່ຳຮຽ ນເອົາ ເຊັ່ນ:
ການ ສ້າງ ສຳພັນ ທະ ໄມຕີ ກັບປະ ເທດ ໃກ້ ຄຽງ ທີ່ ມີ ສັດຕູ ໂຕ ດຽວ ກັນ ເພື່ອ ສະ ແດງ ເຈດ ຈຳນົງ ເປັ ນມິດ ກັບ ເພື່ອ ບ້າ ນໄກ້ ຄຽງ.
ກາ ນປັບປຸງ ບໍລິຫາ ນປະ ເທດ ຊາດ ບ້ານ ເມືອງ.

ການ ນຳພາ ສ້າງ ເສດຖະກິດ ແລະ ວັດທະນະທຳ ( ດ້າ ນວັດຖຸ ແລະ ດ້ານ ຈິດ ໃຈ ).
ກາ ນປົກ ປັກ ຮັກສາ ປະ ເທດ ຊາດ ດ້ວຍ ວິທີ ເຮັດ ສົງຄາມ ປະຊາຊົນ ( ຕີ ກັບ ສັກ ດີ ນາ ພະມ້າ ).
ກາ ນເສີມ ສ້າງ ຄວາມ ສາມັກຄີ ເປັ ນປຶກ ແຜ່ ນພາຍ ໃ ນຊາດ.
ພາຍຫລັງ ເຈົ້າ ໄຊ ຍະ ເສ ດຖາ ທິລາດ ສິ້ນພະ ຊົນ, ອານາຈັກ ລ້າ ນຊ້າງ ເກີດ ຄວາມ ສັບສົນ ພວກ ຂຸນນາງ ຍາດ ຊີງກັ ນຂຶ້ນກຳ ອຳນາດ, ຄວາມ ສາມັກຄີ ພາຍ ໃນ ຖືກ ແຕກ ແຍກ ແລະ ມີ ການ ປ່ຽນ ແປງ ຜູ້ນຳ ຂຶ້ນ ປົກຄອງ ຢູ່ ເລື້ອຍໆ ເຮັດ ໃຫ້ ພາຍ ໃ ນບໍ່ ມີ ກຳລັງ ແຮງ ເປັນ ເຫດ ໃຫ້ ພະມ້າ ຍົກ ທັບ ເຂົ້າ ມາຕີ ລາວ ເປັນ ຄັ້ງ ທີ 3 ແລະ ໃນ ທີ່ ສຸດ ລາວ ກໍ່ ຕົກ ເປັ ນເມືອງ ສ່ວຍ ຂອງ ພະມ້າ ເປັ ນເວລາ 24 ປີ. ເຊິ່ງ ເປັນ ສະ ໄໝ ທີ່ ອານາຈັກ ລ້ານ ຊ້າງ ຕົກ ສູ່ ຄວາມ ມືດ ມົນ ແລະ ຫງ່ວມ ເຫງົາ.

ສະ ໄໝ ລາຊະກາ ນຂອງເຈົ້າ ສຸລິຍະ ວົງສາ, ປີ ພສ 2183 (ຄສ 1631) ເຈົ້າ ສຸລິຍະ ວົງສາ ໄດ້ ຂຶ້ນຄອງ ລາດ, ໃ ນໄລຍະ 57 ປີ ຂອງກາ ນປົກຄອງ ອາ ນາຈັກ ລ້າ ນຊ້າງ ແມ່ ນມີ ຄວາມ ສະຫງົບ ຮົ່ມ ເຢັນ, ຄວາມ ຂັດ ແຍ່ງ ພາຍ ໃ ນຖືກ ຊຳລະ ສະ ສາງ, ອິດ ທິກຳລັງ ພາຍ ນອກ ມີ ຄວາມເກງ ຂາມ ບໍ່ ກ້າ ເຂົ້າ ມາ ລ່ວງ ລ້ຳ ແລະ ແຊກ ແຊງ, ປະຊາຊົ ນໄດ້ ຮັບ ການ ແບ່ງ ດິນ ເພື່ອ ທຳ ມາ ຫາ ກິ ນຢ່າງ ເປັນ ທຳ ແລະ ຫ້າວຫັນ ໃນ ກາ ນຜະລິດ, ເຂົ້າ, ປາ ອຸດົມສົມບູນ.

ເຈົ້າ ສຸລິຍະວົງສາ ທຳ ມິ ກະລາດ ໄດ້ ສັ່ງ ໃຫ້ ເສນາອາມາດ ຜູ້ ໃຫຍ່ ພ້ອມ ນັກປາດ ອາຈານ ແກ້ ໄຂ ປ່ຽນ ແປງ ແລະ ສ້າງ ກົດໝາຍ ເພື່ອເປັ ນຫລັກ ໃ ນການ
ປົກ ຄອງ ບ້ານ ເມືອງ ໃຫ້ ມີ ລະບຽບ ແບບ ແຜນ, ບ່າວ ໄພ່ ລາຊະ ດອນໄດ້ ຮັບ ຄວາມ ເປັນ ທຳ ຜູ້ ລ່ວງ ລະ ເມີດ ກໍ່ ຖືກ ລົງ ໂທດ ໂດຍ ບໍ່ ເລືອກ ໜ້າ ນັບ ທັງ ລູກ ຊາຍ
ຂອງ ເພິ່ນ ເອງ ກໍ່ ຖືກ ສັ່ງ ປະຫານ ຊີວິດ ຖານ ໂທດ ຂົ່ມຂືນ ເມຍ ທະຫາ ນອົງຄະລັກ ຂອງ ເພິ່ນ. ໄດ້ ເອົາ ໃຈ ໃສ່ ສ້າງ ວັດວາອາ ຮາມ, ສົ່ງ ເສີມ ກາ ນສຶກສາ ຂະ
ຫຍາຍ ໂຮງຮຽນ (ເວລາ ນັ້ນແມ່ ນໂຮງຮຽນ ວັດ) ສ້າງ ນັກປາດ ບັນດິດ, ປະດິດ ຄິດ ແຕ່ງ ວັນນະຄະດີ, ນິທາ ນພື້ນ ເມືອງ, ສ້າງ ຮີດ 12 ຄອງ 14, ແປ ເທບ ນິຍາຍ ຈາກ ພາສາອິນ ເດຍມາ ເປັ ນພາສາ ລາວ.
ໄດ້ ອອກ ກົດໝາຍ ວ່າ ດ້ວຍ ທີ່ ດິນ ຊຶ່ງ ໄດ້ ກຳນົດ ແຈ້ງວ່າ : ດິ ນທີ່ ມອບ ໃຫ້ ເຖິງ 3 ປີ ແລ້ວ ຫາກ ບໍ່ ມີ ກາ ນນຳ ໃຊ້ ແມ່ ນໃຫ້ຜູ້ ອື່ນ ສາມາດ ມາ ເອົາ ໄປ ນຳ
ໃຊ້ ໄດ້ ໂດຍ ເຈົ້າ ຂອງ ເກົ່າ ບໍ່ ມີ ສິດ ທວງ ຖາມ ເອົາ ຄືນ ອີກ. ດ້ວຍ ເຫດ ນັ້ນ ຈິ່ງ ເຮັດ ໃຫ້ ປະຊາຊົ ນມີ ຄວາມເຊື່ອ ໝັ້ນ ແລະ ດຸ ໝັ່ ນໃນ ການ ຜະລິດ, ປູກ ຄັ່ງ, ປູກ ຍານ ເປັ ນສິນຄ້າ.

ໄດ້ ຜູກ ມິດ ໄມຕີ ກັບປະ ເທດ ໃກ້ ຄຽງ, ຕິດ ຕໍ່ ຄ້າຂາຍ ກັບ ຕ່າງປະເທດ, ວຽງ ຈັນເວລາ ນັ້ນ ໄດ້ ກາຍ ເປັນ ສູ ນກາງ ກາ ນຄ້າ ຄັ່ງ ແລະ ຍານ ຈົນ ມີ ພໍ່ຄ້າ ຊາວ ໂຮນລັງ ຊື່ ວັນວຸດ ສະ ຕົບ ເຊິ່ງ ເປັນ ຊາວ ຕາ ເວັນ ຕົກ ຄະນະ ທຳ ອິດ ທີ່ ເຂົ້າ ມາ ວຽງ ຈັນ ໃນ ປີ 1641 ເພື່ອ ຊື້ຄັ່ງ ແລະ ຍານ. ໃນ ປີ 1642 -1647 ມີ ຄະນະ ຂອງ ຄຸ ນພໍ່ ເລີ ເລຍ ແລະ ມາລີນີ ເຊິ່ງ ເປັນ ຊາວ ອີ ຕາ ລີ ໄດ້ ເຂົ້າ ມາ ເຖິງ ວຽງ ຈັນ, ພວກ ເພິ່ ນໄດ້ ຍ້ອງຍໍ ວ່າ ເມືອງ ວຽງ ຈັນ ງົດ ງາມ, ຫໍ ປະສາດ ລາຊະ ວັງ ສະ ຫງ່າ ກວ້າງຂວາງ, ປະຊາຊົນລາວ ເປັ ນຄົ ນ ດີ ບໍ່ ເອົາ ປຽບ ເອົາ ລັດ ກັນ, ຮັກ ແພງ ຄົນ ຕ່າງປະ ເທດ, ເປັນ ຄົນ ຊື່ສັດ ເກັບ ຂອງ ຕົກ ເຮ່ຍ ໄດ້ກໍ່ ຄືນເຈົ້າ ຂອງ ໂດຍ ບໍ່ ຮຽກຮ້ອງ ຄ່າ ຮັກສາ ແຕ່ ຢ່າງ ໃດ. ພວກ ເພີ່ນ ຍັງ ເວົ້າ ວ່າ ບໍ່ ເຫັນ ຄົນ ລາວ ຜິດ ຖຽງກັນ ຄົນ ລາວ ມີ ກົດໝາຍ ພື້ນ ເມືອງ ດີ ແລະ ປະຕິບັດ ເຄັ່ງ ຄັດ ຜູ້ ໃດ ທີ່ກະ ທຳ ຜິດຜູ້ ໃດ ໝິ່ນປະໝາດ ຄົນ ອື່ ນກໍ່ ລ້ວນ ແຕ່ ຖືກ ປັບ ໃໝ.

ສັງ ລວມ ແລ້ວ ຕະຫລອດ ໄລຍະ 57 ປີ ທີ່ ເຈົ້າ ສຸລະ ຍິວົງສາ ຂຶ້ນຄອງ ລາດ ອານາຈັກ ລ້ານ ຊ້າງ ຢູ່ ໃນ ຄວາມ ສະຫງົບ ປາສະຈາກ ເສິກ ທາງ ເໜືອ ເສືອທາງ ໃຕ້, ປະຊາຊົ ນມີ ຄວາມ ຮົ່ມ ເຢັນ, ການ ສຶກສາ ໄດ້ ຮັບ ການ ພັດທະນາ, ນັກປາດ ບັນ ດິດ, ຄຳ ພີ ດີກາ ນິທານ ພື້ນ ເມືອງ ເທບ ນິຍາຍ, ຮີດຄອງ ປະ ເພນີ ອັ ນ ດີງາມ ທີ່ ສືບ ທອດ ມາ ເຖິງ ປະຈຸ ບັ ນກໍ່ ເກີດ ຂຶ້ນ ໃ ນສະ ໄໝ ເຈົ້າ ສຸລິຍະ ວົງສາ ຄອງ ເມືອງ; ເຮັດ ໃຫ້ ຊາດ ລາວ ມີ ມູນ ເຊື້ອອັນ ຈົບງາມ ທາງ ດ້ານຮີດຄອງ ວັດທະ ນະທຳ, ເປັນໄລຍະ ຮຸ່ງ ເຮືອງ ເຫລືອງ ເຫລື້ອມດ້າ ນວັດທະນະທຳ ທີ່ ໂດດ ເດັ່ ນທີ່ ສຸດ.

ເຈົ້າ ສຸລິຍະ ວົງສາ ໄດ້ ສິ້ນພະ ຊົນ ໃນ ປີ 1695 ພາຍຫລັງ ຄອງ ເມືອງ ມາ ໄດ້ 57 ປີ ລວມ ອາຍຸ ໄດ້ 82 ປີ. ພາຍຫລັງ ເຈົ້າ ສຸລິຍະ ວົງສາ ສິ້ນພະ ຊົນ, ອາ ນາຈັກ ລ້າ ນຊ້າງ ໄດ້ ຕົກ ເຂົ້າ ສູ່ ວິ ກິດ ກາ ນອັນ ຮ້າຍ ແຮງ ອີກ ເທື່ອ ໜຶ່ງ ເຊິ່ງສາຍ ເຫດ ແມ່ນຍ້ອນ ຜູ້ ຂຶ້ນປົກຄອງ ເມືອງ ບໍ່ ແມ່ນ ເຊື້ອກະສັດ, ພຽງ ແຕ່ ໄລຍະ 36 ປີ (1698 – 1734) ມີ ການ ອະພິ ເສກ ສາມັ ນຊົນຂຶ້ ນເປັນ ເຈົ້າ ຊີວິດ ເຖິງ 4 ອົງ ໝາຍ ຄວາມ ວ່າ 9 ປີ ໃດ ປ່ຽນ ຖ່າຍ ເຈົ້າ ຊີວິດ ເທື່ອ ໜຶ່ງ ເຊິ່ງຜິດ ກັບ ກົດ ມົນ ທຽນ ຂອງ ສັກ ດີນາ ສຳລັບ ການ ປົກຄອງ ໃນ ສະ ໄໝ ບູຮານ ເພາະວ່າຕາມ ກົດ ມົນທຽນຂອງ ສັກ ດີ ນາ ນັ້ນແມ່ນປະຕິບັດ ຕາມ ລະບອບ ລາຊະ ທາຍາດ (ພໍ່ ຕາ ຍລູກຂຶ້ນ ແທນ) ແຕ່ ອານາຈັກ ລ້າ ນຊ້າງ ມີ ໄລຍະ ໜຶ່ງ ຂາດ ຜູ້ ສືບ ແທ ນເຮັດ ໃຫ້ ພວກ ຂຸນນ າງ ທີ່ ບໍ່ ແມ່ນ ເຊື້ອກະສັດ ຈິ່ງ ຍາດ ກັ ນຂຶ້ນ ເປັນ ເຈົ້າ ແຜ່ ນດິນ. ສະ ນັ້ນຈິ່ງ ເກີດ ການ ໂຄ່ນ ລົ້ມ ກັນ ຫລື ກໍ່ ການ ກະບົດ ຫລື ແຍກ ຕົວ ເປັນ ອິດສະຫລະ ອັນ ເປັ ນເຫດ ໃຫ້ ອາ ນາຈັກລ້າງ ຊ້າງ ຖືກ ແບ່ງ ອອກ ເປັນ ສາມ ອາ ນາຈັກ ຄື : ອານາຈັກ ລ້ານ ຊ້າງ ວຽງ ຈັນ, ອານາຈັກຫລວງ ພະ ບາງ ແລະ ອານາຈັກ ຈຳປາ ສັກ.

ໃນ ສະ ໄໝ ລາຊະການຂອງ ເຈົ້າສິລິ ບຸນຍະສານ (ປີ 1730) ເຖິງ ວ່າ ເພີ່ນ ເປັ ນເຊື້ອກະສັດ ແຕ່ ຜົ ນຮ້າຍ ຢ້ອນ ຫລັງ ຍັງບໍ່ ໄດ້ ຮັບ ການ ແກ້ ໄຂ, ບ້າ ນ ເມືອງ ຍັງ ເກີດ ຄວາມ ບໍ່ ສະຫງົບ ແລະ ສັບສົນ ວຸ້ນວາຍ ເຮັດ ໃຫ້ ປະ ເທດ ຊາດ ອ່ອນ ແອ ລົງ, ຈາກ ນັ້ນສັກ ດີນ າ ສະຫຍາມ ກໍ ສວຍໂອກາດ ມາຕີ ວຽງ ຈັນ ເປັນ ເຫດ ໃຫ້ 3 ອານາຈັກ ຕົກ ເປັນ ເມືອງ ສ່ວຍ ຂອງ ສະຫຍາມ ພ້ອມ ກັນ ໃນ ປີ 1779. ໄລຍະ 100 ກວ່າ ປີ ທີ່ອານາຈັກ ລ້າ ນຊ້າງ ວຽງ ຈັນຕົກ ຢູ່ ໃຕ້ ການ ປົກຄອງ ຂອງ ສະຫຍາມ ( ໃນ ຖານະ ເປັ ນເມືອງ ສ່ວຍ ແລະ ເມືອງ ຂຶ້ນ): ຊາວລາວ ລ້າ ນຊ້າງ ວຽງ ຈັນ ໄດ້ ສູ ນເສຍ ເອກະລາດ ແລະ ສິດ ເປັ ນເຈົ້າ, ຖືກ ເກັບ ເກ ນໄປ ອອກ ແຮງ ງານ, ໄປ ສູ້ຮົບຕົບ ເສິກ ເມື່ອ ເກີດ ມີ ສົງຄາມ. ແຕ່ລະ ປີ ຕ້ອງ ໄດ້ ນຳ ເອົາ ດອກ ໄມ້ ເງິ ນ ດອກ ໄມ້ ຄຳ ໄປ ມອບ ຖວາຍ ໃຫ້ແກ່ ກະ ສັດ ສະຫຍາມ, ເຄື່ອງ ຄ້ຳຂອງ ຄູນ ທີ່ ເປັ ນຂອງ ມິ່ງ ບ້າ ນມິ່ງເມືອງ ( ພະແກ້ວ ມໍ ລະ ກົດ, ພະ ແຊກ ຄຳ, ຊ້າງ ເຜືອກ ງາ ນິນ, ຄຳ ພີ ດິກາ ພ້ອມ ທັງ ນັກປາດ ອາ ຈານ ) ກໍຖືກ ຂົນ ໜີ ໄປ ບາງ ກອກ. ປະຊາຊົ ນລາວ ລ້າ ນຊ້າງ ວຽງ ຈັນຕົກ ເປັ ນ ຄົ ນຕ່ຳ ຕ້ອຍ ເປັນ ຂ້ອຍ ຂ້າ ມ້າ ໃຊ້ ໃຫ້ ແກ່ ສະຫຍາມ ເປັ ນເວລາ 50 ກວ່າ ປີ ( 1779 – 1829 ).

ອານາຈັກ ລ້າ ນຊ້າງ ວຽງ ຈັນ ໃນ ລາຊະການ ເຈົ້າ ອານຸວົງ :
ເມື່ອ ບ້າ ນເມືອງ ສູນເສຍ ເອກະລາດ ປະຊາຊົນ ຕົກ ເປັນ ຂ້ອຍ ຂ້າ ມ້າ ໃຊ້ ຂອງ ຕ່າງ ຊາດ ( ສະຫຍາມ ) ເຮັດ ໃຫ້ ເຈົ້າ ອານຸວົງ ເກີດ ຄວາມ ຮູ້ສຶກ ຢາກ ກູ້ ຊາດ
ກູ້ ເອົາ ອິດສະຫລະພາບ ຂອງ ຊາວ ວຽງ ຈັນ ລ້າ ນຊ້າງ ກັບຄືນ ມາ. ເພື່ອ ກະກຽ ມໃຫ້ ແກ່ ການ ລຸກຂຶ້ນກູ້ ຊາດ ຍາດແຜ່ນດິນ ຄື ນມາ, ພາຍຫລັງ ໄດ້ ຖືກ ແຕ່ງ
ຕັ້ງ ຈາກ ສະຫຍາມ ໃຫ້ ເປັ ນກະສັດ ລ້າ ນຊ້າງ ວຽງ ຈັນ, ເຈົ້າ ອານຸວົງ ກໍໄດ້ ດຳ ເນີນ ພາລະກິດ ອັນສຳຄັນ ຫລາຍ ປະການ ເຊັ່ນ :

ດ້າ ນການ ເມືອງ : ໄດ້ ຕິດຕາມ ຂະ ບວນການຕໍ່ ສູ້ ຂອງ ປະຊາຊົນ ຢູ່ ໃນ ແຕ່ລະ ທ້ອງ ຖິ່ນ ຄື : ຢູ່ ຈຳປາສັກ ພາຍ ໃຕ້ ກາ ນນຳພາ ຂອງ ອ້າຍ ຊຽງແກ້ວ ຢູ່ ເມືອງ ໂຂງ; ການ ຕໍ່ ສູ້ ຂອງ ເຈົ້າ ໂອ,ເຈົ້າ ອິນ ຢູ່ ອັດ ຕະປື; ສ່ວນຢູ່ ພາກ ເໜືອ ພາກ ກາງ ກໍ່ ມີ ຂະ ບວນຂອງ ປະຊາຊົນ ທີ່ ບໍ່ພໍ ໃຈ ກັບ ສັກ ດີ ນາ ທ້ອງ ຖິ່ນ ໄດ້ ລຸກຂຶ້ນ ແບບ ກະ ແຈກ ກະ ຈາຍ; ຢູ່ ນະຄອນ ພະນົມ ກໍ່ ປະກາດ ແຍກ ຕົວ ບໍ່ ຂຶ້ນກັບ ບາງກອກ; ໄດ້ ປັບປຸງ ການ ປົກຄອງ ໃນ 79 ຫົວ ເມືອງ ທີ່ ຂຶ້ນກັບ, ໄດ້ ໄປ ພົບ ກັບ ເຈົ້າ ເມືອງ ທີ່ ເຂົ້າ ໃຈ ກັນດີ ຢູ່ ນະຄອ ນພະນົມ, ມຸກດາ ຫານ, ໄດ້ ແຕ່ງ ໃຫ້ ເຈົ້າລາຊະບຸດ ໂຍ້ ໄປ ເປັນ ຜູ້ ປົກຄອງ ຈຳປາ ສັກ, ໄດ້ ນຳ ເອົາເຮືອ ຄຳ, ນຳ ເອົາຊ້າງ 7 ສອກ ແລະ ຂອງ ຂວັ ນອື່ນໆ ໄປ ມອບ ຖວາຍ ແດ່ເຈົ້າ ມັ ນທາຕຸ ລາດ ອານາຈັກ ລ້ານ ຊ້າງ ຫລວງ ພະ ບາງ ເພື່ອ ໃຫ້ ຫລົງ ລືມຄວາມ ເກົ່າ ຄວາມ ຫລັງ ເພື່ອ ພ້ອມ ກັນ ຕໍ່ ສູ້ ຍາດ ເອົາ ແຜ່ນດິ ນຄືນ ມາ.

ດ້າ ນການ ສ້າງສາ : ເຈົ້າ ອານຸວົງ ໄດ້ ນຳພາ ປະຊາຊົນສ້າງ ລາຊະ ວັງ, ສ້າງ ແລະ ປະຕິສັງຂອນ ວັດວາອາ ຮາມ ຂຶ້ນຫລາຍ ແຫ່ງ ຄື: ວັດ ສີສະ ເກດ, ປັບປຸງ ເມືອງ ໜອງ ຄາຍ, ສ້າງ ຫໍພະ ແກ້ວ ຂຶ້ນຢູ່ ວັດ ຊ້າງ ເຜືອກ ສີ ຊຽງ ໃໝ່, ລົງ ໄປ ສະຫລອງ ຂົວ ແລະ ເຂົ້າ ຮ່ວມ ງາ ນນະມັດສະການ ທາດ ພະນົມ, ສ້າງ ຂົວ ຂ້າມ ແມ່ນ້ຳຂອງ ມາ ສູ່ ວັດ ອຸບ ມຸງ.

ດ້ານ ການ ທະຫານ : ໄດ້ ປັບປຸງ ກອງທັບ ບັນດາ ຫົວ ເມືອງ ໃຫ້ ເຂັ້ມ ແຂງ.

.

ດ້ານການ ຕ່າງປະ ເທດ : ເຈົ້າ ອານຸວົງ ພະຍາຍາມ ໃກ້ຊິດ ກັບ ກະສັດສະຫຍາມ ແລະ ໄດ້ ຊ່ວຍ ສະຫຍາມ ຍົກ ທັບ ໄປ ຕີ ພະມ້າ ຈົນ ໄດ້ ຮັບ ໄຊຊະນະໃ ນ ຂະນະ ທີ່ ກອງທັບ ສະຫຍາມ ໄດ້ ກັບ ມາ ດ້ວຍ ມື ເປົ່າ ແລະ ເສຍ ໄຊ ແກ່ ພະມ້າ ເຊິ່ງ ໄດ້ ສ້າງ ຄວາມ ໄວ້ ເນື້ອ ເຊື່ອ ໃຈ ກັບ ສະຫຍາມ. ເຈົ້າ ອານຸວົງ ມີ ນະ ໂຍ ບາຍ ພາຍ ໃນ ແລະ ພາຍນ ອກ ຢ່າງ ຈະ ແຈ້ງ; ໃນນັ້ນ ມີ ກາ ນ ພົວພັນ ກັບ ອານາ ມ ( ດ້າຍ ຫວຽດ ຫລື ຫວຽດາມ ໃນ ປະຈຸ ບັນ ).

ເມື່ອ ກະກຽມ ກຳລັງ ພຽງພໍ ແລ້ວ ກໍ່ ໄດ້ ໂອກາດ ລົງ ໄປ ປົງ ສົບ ພະພຸດທະ ເລີດ ຫຼ້າ ນະພາ ໄລ ( ລາຊະກາ ນ ທີ 2 ) ຂອງສະຫຍາມ . ໃນ ໂອກາດນີ້ ເຈົ້າ ອານຸ ວົງ ໄດ້ ຂໍ ເອົາ ຄົນ ລາວ ທີ່ ຖືກ ກວາດ ຕ້ອນ ໄປ ໃນ ເມື່ອ ກ່ອນ ກັບ ຄືນ , ຂໍ ເອົາ ນາງ ສະໜົມ ລາວ, ຂໍ ເອົາເຈົ້າ ຍິງ ດວງ ຄຳ ນ້ອງ ສາວ ອອກ ຈາກ ວັງ ຄືນ ມາ. ແຕ່ ບໍ່ ເປັນ ຈັງ ບຸນ ເພາະ ຜູ້ ຂຶ້ນ ຄອງ ລາດ ແທນ ພະພຸດທະ ເລີດ ຫຼ້າ ນ ະພາ ໄລ ນັ້ນ ບໍ່ ແມ່ນ ຜູ້ ສືບ ທອດ ຕາມ ແຜນ ເພາະ ຖືກ ໄປ ບວດ ຍ້ອ ນ ກາ ນ ຊ່ວງ ຊິງ ອຳນາດ ກັນ ໃນວັງ. ຜູ້ ທີ່ກຳ ອຳນາດ ພັດແມ່ນ ຜູ້ ທີ່ ຂັດ ໃຈ ກັບ ເຈົ້າ ອານຸວົງ ມາ ຕະຫລອດ ສະ ນັ້ນ ຈຶ່ງ ບໍ່ ຍອມ ໃຫ້ ເຈົ້າ ອານຸວົງ ໄດ້ ຈັກຢ່າງ. ຄວາມ ຄຽດ ແຄ້ນ ຂອງ ເຈົ້າ ອານຸວົງ ທີ່ ມີ ຕໍ່ ສະຫຍາມ ນັບ ມື້ ເພີ່ມ ທະວີ ຂຶ້ນ .

.

ດັ່ງ ນັ້ນ ເຈົ້າ ອານຸວົງ ຈຶ່ງ ໄດ້ ຕັດສິນ ໃຈ ລຸກຂຶ້ນ ຕໍ່ ສູ້ ເພື່ອ ອິດສະຫລະພາບ ແຕ່ ຍ້ອ ນ ການ ກະກຽມ ແລະ ການສ້າງ ກຳລັງ ບໍ່ ທັນ ດີ, ພາຍ ໃນ ບໍ່ ທັນ ເຂັ້ມ ແຂງ, ການ ຊັ່ງຊາ ກຳລັງ ກໍ່ ຜິດ ໂຕ ນ ກັນ ຫລາຍ, ຝ່າຍ ລາວ ມີ ທະຫານ ພຽງ ແຕ່ 7 ໝື່ນ ຄົນ ພາຫະນະ ສົງ ຄາມ ກໍ ຫລ້າ ສະ ໄໝ ມີ ແຕ່ ຫອກ ແຕ່ ດ່າ ມ, ໃຊ້ ຊ້າງ , ໃຊ້ ມ້າ ແລະ ງົວ ກວຽນ . ກົງກັນ ຂ້າມ ຝ່າຍ ສະຫຍາມ ມີ ທະຫານ 1 ແສນ 7 ໝື່ ນ ຄົນ , ມີ ອາວຸດ ທັ ນ ສະ ໄໝ: ( ປືນ ໃຫຍ່, ປືນ ເຫລັກ ຍາວ ) ມີ ລົດ ລາກ ແກ່ ຈຳ ນວນ ໜຶ່ງ. ສະ ນັ້ນ , ຈຶ່ງ ພາ ໃຫ້ການ ຕໍ່ ສູ້ ຂອງ ເຈົ້າອານຸວົງ ບໍ່ ເປັນ ຜົນ ສຳ ເລັດ, ນະຄອນວຽງ ຈັນ ກໍ່ ຖືກ ກອງ ທະຫານ ສະຫຍາມ ມາ ຍຶດ ເອົາ ແລະ ທຳລາຍ ທຸກ ສິ່ງ ທຸກ ຢ່າງ ບໍ່ ໃຫ້ ເຫລື ອຫຍັງ, ເຈົ້າ ອານຸວົງ ກໍ່ ຖືກ ຈັບ ໄປ ທໍລະມານ ຢ່າງ ປ່າ ເຖື່ອນ ຢູ່ ບາງກອກ ແລະ ເສຍ ຊີວິດ ຢູ່ ທີ່ນັ້ນ. ສຳລັບ ຜູ້ ທີ່ເປັນ ເຊື້ອ ເຈົ້າ ວຽງ ຈັ ນ ທັງ ໝົດ ກໍ່ ຖືກ ດັບສູນ ດ້ວຍຮູບ ການ ທໍລະມານ ຮ່າງກາຍ ຫລືຂ້າ ຖິ້ມ. ສ່ວນບຸກຄົນ ທີ່ຮອງ ລົງ ມາ ກໍ່ ຖືກ ເຮັດ ໃຫ້ ເສຍກຽດ ເສຍ ສັກ ສີ, ສຳລັບ ປະຊາຊົນ ກໍ່ ຖືກ ກວາດ ຕ້ອນ ລົງ ໄປ ບາງກອກ ແລະ ຖືກ ໃຊ້ ງານ ຢ່າງ ໜັກ ໃນ ຖານະເປັນ ສະ ເລີຍ ເສິກ, ເປັນ ຂ້ອຍ ຂ້າ ມ້າ ໃຊ້ ໃຫ້ ພວກ ຂຸນນ າງ ສັກ ດີ ນາ ສະຫຍາມ.

ສຳລັບ ໂຕ ເມືອງ ວຽງ ຈັນ ກໍ່ ຖືກ ຂຸນເສິກ ສະຫຍາມ ສັ່ງ ໃຫ້ ກອງ ທະຫານ ຕັດ ກົກ ໄມ້ ທັງ ໝົດ ແລະ ຈູດ ເຜົາ ທຳລາຍ, ປຸ້ນ ເອົາ ຊັບ ສົມບັດ ຂອງ ປະຊາຊົ ນ ແບບ ໂຈນ 500 ໂດຍ ເຈດ ຕະນາ ເຮັດໃຫ້ ວຽງ ຈັນ ເປັນເມືອງ ຮ້າງ ບໍ່ ສາມາດ ຢູ່ ໄດ້ ບໍ່ ໃຫ້ ຟື້ນຟູ ເປັນຕົວ ເມືອງ ໄດ້ ອີກ. ອານາຈັກ ລ້າ ນ ຊ້າງ ວຽງ ຈັນ ໄດ້ ຖືກລົດ ຖານະ ຈາກ ເປັ ນ ອານາຈັກ ໜຶ່ງ ລົງ ມາ ເປັນ ແຄ້ວ ໜຶ່ງ ຂອງ ສະຫຍາມ ໂດຍມີ ສຳນັກງານ ຕັ້ງ ຢູ່ ໜອງ ຄາຍ ຕໍ່ ມາ ກໍ່ ໄປ ຕັ້ງ ຢູ່ ອຸດອນ , ວຽງ ຈັນທີ່ ງົດ ງາມ ກໍກາຍ ເປັນ ເມືອງ ຮ້າງ 60 ກວ່າ ປີ. ເຖິງ ວ່າກາ ນ ຕໍ່ ສູ້ ກູ້ ແຜ່ນ ດິນ ຄືນ ຂອງ ເຈົ້າ ອານຸວົງ ບໍ່ ເປັນຜົນສຳ ເລັດ ກໍ່ຕາມ ແຕ່ ມັ ນກໍ່ ມີ ຄວາມ ໝາຍປະຫວັດ
ສາດອັ ນ ເລິກ ເຊິ່ງຊຶ່ງ ສະ ແດງ ໃຫ້ ເຫັນ ເຖິງ ມູ ນ ເຊື້ອຕໍ່ ສູ້ ອັນ ເດັດດ່ຽວ ກ້າຫານ ບໍ່ ຍອມ ຈຳນົນ ຂອງ ຄົ ນລາວ ໃຕ້ ກາ ນນຳພາ ຂອງ ເຈົ້າ ອານຸວົງ, ມູນ ເຊື້ອດັ່ງກ່າວ ຖືກຝັງ ເລິກ ຢູ່ ໃນ ຈິດ ໃຈ ຂອງ ຄົ ນ ລາວ ທຸກ ຄົນ ບໍ່ ວ່າຈະ ເປັນ ຄົ ນເຊື້ອຊາດ ລາວ ຢູ່ ຝັ່ງ ຊ້າຍ, ກໍ ຄືຝັ່ງ ຂວາ ຂອງ ແມ່ນ້ຳ ຂອງ ຕ່າງ ກໍ່ ຈົດ ຈຳ ມູນເຊື້ອ

ດັ່ງກ່າວໄວ້ ຕະຫລອດ ມາ ແລະ ໄດ້ ສືບຕໍ່ ກາ ນຕໍ່ ສູ້ ໃນ ຮູບ ການໃໝ່ເປັ ນຕົ້ນ ແມ່ ນຊາວ ອີສານ ຂອງ ໄທ ໄດ້ ພາກັນແຕ່ງ ກາບ ກອນ, ວັນນະຄະດີ,ສ້າງ ເປັ ນ ໜັງສື ອິນຕົກ ເພື່ອຄັດຄ້າ ນຕ້ານຢັ ນການ ສັກ ລາຍ ເອົາ ຄົນລາວ ອີສານເປັນສັນຊາດ ໄທ; ເປັ ນ ຄຳປິດສະໜາ ແລະ ມີ ຄຳ ເວົ້າ ທີ່ ວ່າ: “ ໝາກ ຟັກ, ໝາກອຶ ຢູ່ດີໆ ຈະ ກາຍ ເປັນ ຊ້າງ ເປັນ ມ້າ ໄດ້ ແນວ ໃດ, ຄວາຍ ເຖິກ ດ່ອນ ແລະ ໝູ ດ່ອນ ຢູ່ດີໆ ຈະ ກາຍ ເປັນ ຍັກ ກິນຄົນ ໄດ້ ແນວ ໃດ, ຄົ ນລາວ ຢູ່ດີໆ ຈະ ກາຍ ເປັນ ໄທ ໄດ້ ແນວ ໃດ ”, ນອກນັ້ນ ກໍ ມີ ຈົດໝາຍ

ລືບ ພະ ສູນ ” ແລະ ອື່ ນ ໆ…ຂະ ບວນການຕໍ່ ສູ້ ຕ້ານ ສະຫຍາມ ເພື່ອ ກູ້ ແຜ່ນດິ ນຄືນ ຂອງ ເຈົ້າ ອານຸວົງ ໄດ້ ເຮັດ ໃຫ້ ລັດທິ ຮັກ ຊາດ ອັນ ດູດ ດື່ມ ເຂັ້ມ ຂຸ້ນຂຶ້ນ, ຊື່ ສຽງ ຂອງ ນັກ ຮົບວິລະ ຊົນ ທີ່ ເຂົ້າຮ່ວມ ການ ຕໍ່ ສູ້ ຄັ້ງນັ້ນ ເຊັ່ນ: ເຈົ້າ ສຸ ກະສານ , ເຈົ້າ ລາຊະວົງ, ເຈົ້າ ລາ ຊະບຸດ, ພະຍາ ນາ ລິ, ພະຍາ ໄກ ສົງຄາມ ແລະ ຜູ້ ອື່ນໆໄດ້ ຖືກຈົດ ບັນທຶກ ໄວ້ໃນປຶ້ມຄຳ ປະຫວັດສາດ ເຊິ່ງຄົນລາວ ບໍ່ຫຼົງລືມ ໄດ້ . ສັງ ລວມ ແລ້ວ ໄລຍະ ລາວ ຕົກ ເປັ ນ ເມືອງ ສ່ວຍ ແລະ ເມືອງ ຂຶ້ນ ຂອງ ສະຫຍາມ ຮ້ອຍ ກວ່າ ປີ, ເປັນໄລຍະ ທີ່ ນະຄອນຫລວງ ວຽງ ຈັນ ຫງ່ວມ ເຫງົາ, ເສົ້າໝອງ ແລະ ສູນເສຍ ນ້ຳຕາບ້ານ ເມືອງ ອັນ ງົດ ງາມ ທີ່ ບັນ ພະ ບູລຸດ ເຮົາ ສ້າງ ໄວ້ ເກືອບ 500 ປີ ກ່ອນນັ້ນ ເກືອບຈະ ບໍ່ ຍັງ ເຫລືອ ແມ່ ກະທັ້ງຮ່ອງຮອຍ. ຄວາມ ໂຫດຮ້າຍ ປ່າ ເຖື່ອນໃນ ກາ ນທຳລາຍ ລ້າງຜານ ຂອງ ສະຫຍາມ ທີ່ ມີ ຕໍ່ ລາວເວລາ ໃດ ກໍ່ ຍັງຝັງ ເລິກ ຢູ່ ໃນ ດວງ ໃຈ ຂອງ ຄົນ ລາວ ຕະຫລອດ ມາ.

ພາຍຫລັງ ເຈົ້າ ອານຸວົງ ຖືກ ປະຫານຊີວິດ ດ້ວຍ ການ ທໍລະມານຮ່າງກາຍ ອັນປ່າ ເຖື່ອນ ແລ້ວ ກໍ່ ຍັງເກີດ ມີ ຂະ ບວນ ການຕ້ານ ສະຫຍາມ ເຊັ່ນ: “ ເສິກ ສາມ ໂບກ( ນ້ຳ ພອງຈັງ ຫວັດ ຂອນແກ່ນ) 1893”, ຂະ ບວນການ ຕໍ່ ສູ້ ຂອງ ເຈົ້າຟ້າ ຂາວ ຍາດ ພີ່ນ້ອງ ຂອງ ເຈົ້າ ລາຊະ ດາ ໃນ ເຈົ້າ ເມືອງ ຈຳປາ ສັກ, ພະຍາ ອຸທຸມພອນ ເຈົ້າ ເມືອງ ອຸທຸມ ພອນ, ພະຍາ ສ້າງ ດີ ເຈົ້າ ເມືອງ ອັດ ຕະປື ແລະ ຂະ ບວນການ ຕໍ່ ສູ້ ອື່ນ ໆ ທີ່ໄດ້ ປະ ຮ່ອງຮອຍ ແຫ່ງ ການ ຕໍ່ ສູ້ ໄວ້ ເຊິ່ງມູ ນ ເຊື້ອຕໍ່ສູ້ ນັ້ນ ໄດ້ລຸກເປັນໄຟ ໃນ ສະໄໝ ຝຣັ່ງມາ ປົກຄອງ.

ຂໍ້ມູນຮູບພາບປະກອບໂດຍ : ມໍລະດົກລ້ານຊ້າງ
ຄັດຈາກ:ປະຫວັດສາດລາວດຶກດຳບັນ-ປັດຈຸບັນ