
ແນວນີ້ກໍ່ເຮັດ! ປອມແປງ-ຮຽນແບບ ແກ່ນຕາເວັນ ແລະ ແຈ່ວເສສວນ ໄປບໍ່ລອດເຈົ້າໜ້າທີ່ຍຶດໄດ້ພ້ອມທໍາລາຍຖິ້ມ
10th September 2020ພິທີຈັດທຳລາຍສິນຄ້າເຄື່ອງບໍລິໂພກປະເພດແກ່ນຕາເວັນ, ຖົງບັນຈຸແກ່ນຕາເວັນ ແລະ ເຄື່ອງປຸງອາຫານ ປະເພດແຈ່ວເສສວນ, ຖົງບັນຈຸແຈ່ວເສສວນ ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2020 ທີ່ສະໜາມຂີ້ເຫຍື້ອ ຫຼັກ 32, ບ້ານນາຜາສຸກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີ ທ່ານ ວິລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສົມຊາຍ ນົງລາດ ຫົວໜ້າພະແນກກວດກາການຄ້າ, ກົມການຄ້າພາຍໃນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການທໍາລາຍສິນຄ້າທີ່ປອມແປງ-ຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ວ່າ: ໂດຍປະຕິບັດຕາມພາລະບົດບາດ ແລະ ທິດຊີ້ນຳຂອງຄະນະນໍາກະຊວງອຸດສາຫະກຳ ແລະ ການຄ້າ, ກົມການຄ້າພາຍໃນ ໄດ້ຈັດພິທີທຳລາຍ ປະກອບມີ: ແກ່ນຕາເວັນອົບແຫ້ງຍີ່ຫໍ້ (GNQ) ທີ່ໄດ້ບັນຈຸໃນແກັດ ຈໍານວນ 219 ແກັດ; ເຄື່ອງປຸງອາຫານປະເພດ ແຈ່ວເສສວນ 201 ແກັດ; ແກ່ນຕາເວັນຍັງບໍ່ທັນບັນຈຸ 105 ກິໂລ; ຖົງເປົ່າບັນຈຸແກ່ນຕາເວັນ ແລະ ແຈ່ວເສສວນ 22 ເປົາ ລວມມູນຄ່າທັງໝົດ ປະມານ 208.405.000 ກີບ.
ສິນຄ້າດັ່ງກ່າວ ເຈົ້າໜ້າທີ່ກວດກາການຄ້າ ໄດ້ລົງຕິດຕາມ, ກວດກາເປົ້າໝາຍພົບທີ່ ໂຮງງານ ອັດຮ່າຍ ແລະ ປຸງແຕ່ງອາຫານ, ຢູ່ບ້ານແກ້ງໄຄ້, ເມືອງໄຊທານີ ແລະ ຮ້ານຈຳໜ່າຍ ສິນຄ້າຂອງໂຮງງານດັ່ງກ່າວ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ໃນວັນທີ 16 ມິຖຸນາ 2020 ຜ່ານມາ ເຊິ່ງໂຮງງານດັ່ງກ່າວໄດ້ນໍາໃຊ້ໃບທະບຽນວິສາຫະກິດບໍລິສັດຜະລິດຕະພັນອາຫານຢົງລີ ວຽງຈັນ ຈໍາກັດຜູ້ດຽວ ມີການຜະລິດແກ່ນຕາເວັນອົບແຫ້ງ ແລະ ແຈ່ວເສສວນ ໂດຍບໍ່ໄດ້ຮັບອະນຸຍາດ ການດຳເນີນທຸລະກິດການຜະລິດຈາກຂະແໜງອຸດສາຫະກໍາ, ບໍ່ມີໃບຢັ້ງຢືນ ອຍ ຈາກຂະແໜງສາທາລະນະສຸກ ສະນັ້ນຈຶ່ງບໍ່ຮັບປະກັນທາງດ້ານຄຸນນະພາບ.
ນອກນັ້ນ, ໃນຊ່ອງບັນຈຸແກ່ນຕາເວັນຍັງລະບຸແອບອ້າງຊື່ຂອງບໍລິສັດນຳເຂົ້າອື່ນ ໂດຍບໍ່ໄດ້ຮັບອານຸຍາດ ແລະ ຊ່ອງບັນຈຸແຈ່ວເສສວນ ກໍໃສ່ຮູບຄືກັບແຈ່ວທີ່ນໍາເຂົ້າ ຈຶ່ງເຮັດໃຫ້ຜູ້ຊົມໃຊ້ເຂົ້າໃຈຜິດແຫຼ່ງທີ່ມາ ຖືວ່າເປັນການຫຼອກລວງຜູ້ຊົມໃຊ້.
ສະນັ້ນ, ຄະນະລົງກວດກາ ຈຶ່ງໄດ້ຍຶດສິນຄ້າ ແລະ ໄດ້ນຳມາທຳລາຍຖີ້ມຕາມລະບຽບການ. ສ່ວນໂຮງງານດັ່ງກ່າວ ທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ໃສ່ມາດຕະການຕາມລະບຽບກົດໝາຍ.
ຂອບໃຈຂໍ້ມູນ ແລະ ພາບຈາກ: ຂ່າວເສດຖະກິດ-ການຄ້າ