
ຍິນດີນຳອາຈານ! ຮສ. ປອ. ພູເພັດ ກ້ຽວພິລາວົງ ໄດ້ເລື່ອນຕໍາແໜ່ງເປັນ ຄະນະບໍດີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
11th September 2020ຂໍສະແດງຄວາມຍິນດີ ມາຍັງ ທ່ານ ຮສ. ປອ. ພູເພັດ ກ້ຽວພິລາວົງ ຄະນະພັກ ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບການເລື່ອນຕໍາແໜ່ງເປັນ ຄະນະບໍດີ ຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຄັ້ງວັນທີ 07 ກັນຍາ2020.
ທ່ານ ຮສ. ປອ. ພູເພັດ ກ້ຽວພິລາວົງ ຈົບການສຶກສາ ລະດັບປະລິນຍາເອກ ສາຂາ ເສດຖະສາດ ຈາກມະຫາວິທະຍາໄລ ໂກເບ ປະເທດຍີ່ປຸ່ນ ໃນປີ 2003, ທັງຍັງເປັນ ອາຈານຮັບເຊີນ (Visiting lecturer) ຢູ່ ມະຫາວິທະຍາໄລ Harvard ປະເທດ ອາເມລິກາ.
ໃນໄລຍະຫຼາຍປີຜ່ານມາ ທ່ານ ຮສ. ປອ. ພູເພັດ ກ້ຽວພິລາວົງ ໄດ້ປະກອບສ່ວນ ຫຼາຍການຄົ້ນຄົ້ວວິໄຈ ທັງໃນລະດັບປະເທດ ແລະ ສາກົນ ໃນຫົວຂໍ້ກ່ຽວກັບ SME, ການຄຸ້ມຄອງ ເສດຖະກິດ ມະຫາພາກ, ພະລັງງານ, ຊັບພະຍາກອນທໍາມະຊາດ ແລະ ການແກ້ໄຂ ຄວາມທຸກຍາກ.
ນອກຈາກນັ້ນ, ທ່ານຍັງໄດ້ປະກອບສ່ວນ ຫຼາຍການຄົ້ນຄວ້າວິໄຈໃຫ້ທາງ ອົງການຈັດຕັ້ງສາກົນຕ່າງໆເຊັ່ນ: ADB, WB, MRC, ERIA, JICA ແລະ ອື່ນໆ.
.