
ຢ້ອນວັນວານ ຫ້ອງການໃນຖ້ຳກະຊວງການເງິນໃຜເຄີຍຮູ້ແດ່?
15th September 2020ທຸກວັນນິ້ໃຜໆກໍ່ເບິ່ງວ່າກະຊວງການເງິນຄືທີ່ສຸດເພາະເພິ່ນມີຄຳວ່າເງິນຕິດຢູ່ນັ້ນບໍ? ນັ້ນຍ້ອນເພິ່ນໄດ້ຮັບພາລະບົດບາດໃນການບໍລິຫານລະບົບການເງິນຂອງລັດຖະບານຕ່າງຫາກ ແຕ່ກ່ອນຈະມາຮອດມື້ນີ້ກໍ່ມີປະຫວັດຍາວນານສົມຄວນ ເພິ່ນໄດ້ຜ່ານຂະບວນການປະຕິວັດ ເຮັດວຽກດ້ວຍຄວາມທຸກຍາກລຳບາກຕາມປ່າຕາມດົງບໍ່ຕ່າງຈາກບັນດານັກຮົບ.
ຕາມຂໍ້ມູນ ວັນທີ 13 ສິງຫາ 1950 ລັດຖະບານລາວໄດ້ສ້າງຕັ້ງ ກະຊວງເສດຖະກິດ-ການເງິນຂຶ້ນ ໂດຍແມ່ນ ທ່ານ ໜູຮັກ ພູມສະຫວັນ ເປັນລັດຖະມົນຕີ ແລະ ໄດ້ກຳນົດເອົາບ່ອນເຮັດວຽກ ຂອງກະຊວງເສດຖະກິດ-ການເງິນ ຢູ່ທີ່ຖໍ້າແຫ່ງໜຶ່ງ ທີ່ເມືອງວຽງໄຊ, ແຂວງຫົວພັນ(ດັ່ງຮູບພາບລຸ່ມນີ້).
ສຳລັບກະຊວງການເງິນໃນພາລະໜ້າທີ່ຫຼັກ ແມ່ນກົງຈັກໜຶ່ງຂອງລັດຖະບານ ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ແລະຄຸ້ມຄອງມະຫາພາກກ່ຽວກັບວຽກງານການເງິນ, ງົບປະມານແຫ່ງລັດ ແລະຄຸ້ມຄອງຕາມສາຍຕັ້ງ ພາສີ, ສ່ວຍສາອາກອນ, ຄັງເງິນແຫ່ງຊາດໃນຂອບເຂດທົ່ວປະເທດ.
ຫ້ອງການທີ່ປອດໄພທີ່ສຸດໃນຂະນະນັ້ນ
ສາວກະຊວງເສດຖະກິດ-ການເງິນ
ຂອບໃຈຮູບພາບ ແລະຂໍ້ມູນຈາກ: ພະແນກການເງິນ ແຂວງຫົວພັນ