
ແຈ້ງຂ່າວເສົ້າ! ແອນ້ອຍ ນິພົນ ນັກຮ້ອງຊື່ດັງ ຫຼັງລົ້ມປ່ວຍມາດົນ ຕອນນີ້ເສຍຊີວິດແລ້ວ
16th September 2020ນັບວ່າເປັນຂ່າວເສົ້າທີ່ສ້າງຄວ່າມສະເທືອນໃຈໃຫ້ກັບແຟນເພງໃນທົ່ວປະເທດ ຫຼັງມີຂ່າວ ແອນ້ອຍ ນິພົນ ນັກຮ້ອງຊື່ດັງ ເຈົ້າຂອງເພງດັງຫຼາກຫຼາຍຜົນງານເພງ ໄດ້ເສຍຊີວິດແລ້ວ ຫຼັງປ່ວຍເປັນມະເລັງທໍ່ນໍ້າບີ.
ປ່ວຍມາດົນແລ້ວ
ຕອນບ່າຍຂອງມື້ນີ້ ວັນທີ 16 ກັນຍາ 2020 ອາຈານ ແອນ້ອຍ ນິພົນ ໄດ້ເສຍຊີວິດລົງແລ້ວ ດ້ວຍພະຍາດຂອງຜູ້ກ່ຽວເອງ ຫຼັງລົ້ມປ່ວຍ ແລະ ປິ່ນປົວມາເປັນເວລາດົນ ແຕ່ກໍ່ບໍ່ສາມາດຢື້ຊີວິດຜູ້ກ່ຽວໄວ້ໄດ້.
ແນວໃດກໍ່ຕາມ ທີມຂ່າວຂອງພວກເຮົາຂໍສະແດງຄວາມເສຍໃຈຕໍ່ຄອບຄົວຂອງອາຈານ ແອນ້ອຍ ນິພົນ ດ້ວຍ.