
ບັງເອີນເກີນໄປບໍ່! ສອງລາຊາເພງລູກທົ່ງບ້ານນາ ຈາກໄປດ້ວຍໄວອາຍຸ 49ປີຄືກັນ
17th September 2020ດັ່ງທີ່ທຸກຄົນຮັບຮູ້ມາແລ້ວວ່າໃນປີນີ້ ລາວເຮົາສູນເສຍບຸກຄົນສໍາຄັນໃນວົງການເພງໄປເຖິງ 2ທ່ານ ເຊິ່ງທັງສອງລ້ວນເປັນຕໍານານ ເຈົ້າພໍ່ເພງດັງກັນທັ້ງນັ້ນ ແຕ່ເໜືອສິ່ງອື່ນໃດ ທັງສອງທ່ານຈາກໂລກນີ້ໄປດ້ວຍໄວອາຍຸ 49ປີ ເທົ່າກັນ.
ອາຈານແອນ້ອຍ ນິພົນ
ຄົນດັງ ຫຼື ລາຊາເພງລູກທົ່ງທັງ 2ທ່ານຜູ້ຈາກໄປ ທີ່ແອັດມິນກໍາລັງເວົ້າເຖິງຢູ່ນີ້ແມ່ນ ອາຈານ ກິ ດາວເພັດ ໜູຫ່ວງ ແລະ ອາຈານ ແອນ້ອຍ ນິພົນ ຜູ້ລ່ວງຫຼັບໄປແລ້ວ ເຊິ່ງເປັນຂ່າວທີ່ສ້າງຄວາມເສົ້າໂສກໃຫ້ກັບແຟນເພງໃນທົ່ວປະເທດ.
ອາຍຸ 49ປີຄືກັນ
ແນວໃດກໍ່ຕາມ ສາເຫດທີ່ແອັດມິນນໍາເອົາລາຊາເພງລູກທົ່ງບ້ານນາທັງສອງທ່ານມາກ່ວເຖິງຢູ່ນີ້ແມ່ນ ພວກເພິ່ນຈາກໄປໃນໄວອາຍຸສໍ່າກັນນັ້ນກໍ່ຄື 49ປີ ເຊິ່ງອາຈານ ກິ ດາວເພັດ ໜູຫ່ວງ ເສຍຊີວິດໄປເມື່ອວັນທີ 24 ເມສາ 2020 ດ້ວຍພະຍາດຂອງເພິ່ນເອງ ລວມຶາຍຸໄວ້ 49ປີ ແລະ ຫຼ້າສຸດ ອາຈານ ແອນ້ອຍ ນິພົນ ເສຍຊີວິດໃນວັນທີ 16 ກັນຍາ 2020 ດ້ວຍພະຍາດຂອງເພິ່ນເອງໃນໄວອາຍຸ 49 ປີເຊັ່ນກັນ.
ແນວໃດກໍ່ຕາມ ຕໍ່ກັບເລື່ອງລາວທີ່ເກີດຂຶ້ນມັນບັງເອີນເກີິນໄປບໍ່ທີ່ທັງສອງທ່ານດ້ວນຈາກໄປດ້ວຍອາຍຸສໍ່າກັນ ແຕ່ເຖິງຢ່າງໃດກໍ່ຕາມ ແອັດພ້ອມທີມງາມສຸດອາໄລຮັກຫາ ແລະ ເສຍໃຈຕໍ່ການຈາກໄປຂອງທັງສອງທ່ານ.