
ໜ້າຕາດີແຕ່ນ້ອຍ ນ້ອງ ເຣມາ ລູກຊາຍ ແມ່ແນັດ ນັດຊາ ແລະ ພໍ່ ເປ໊ກ ຍິນດີນຳເດີ້
18th September 2020ຫຼັງຈາກແຕ່ງດອງໄປເມື່ອຕົ້ນປີ ສຳລັບດາລາ ສາວ ແນັດ ນັດຊາ ດາລາ-ນັກສະແດງ ຂອງໄທ ເຊິ່ງເປັນທີ່ຮູ້ຈັກກັນດີຂອງຄົນສ່ວນຫຼາຍ ແນັດເຄີຍມີຜົນງານຮູບເງົາດັງເຊັ່ນ: “Sukseed ຫ່ວຍຂັ້ນເທບ” ທີ່ຮັບບົດເປັນນາງເອກຊື່: “ເອີນ” ເຊິ່ງໄດ້ຮັບກະແສຕອບຮັບດີຫຼາຍໃນຕອນນັ້ນ ຈົນເຮັດໃຫ້ແນັດມີແຟນຄຣັບຫຼາຍຂຶ້ນ ແລະ ຫຼາຍຄົນກໍຮູ້ຈັກ ແນັດ ແລະ ຕິດຕາມຜົນງານມາທັງລາວ ແລະ ໄທ
.
ປັດຈຸບັນມີເບບີແລ້ວເດີ້ ໜ້າຮັກ ໜ້າຊັງສຸດໆ ທາງພໍ່ ເປ໊ກ ຣັດທະພູມ ໄຂ່ນາດ ແລະ ແມ່ ແນັດ ເຫີ່ລູກຢ່າງໃຫຍ່ ຕັ້ງຊື່ໃຫ້ລູກຊາຍວ່າ ນ້ອງ ເຣມາ ຫຼື ທ້າວ ຣັດຊາ ນວນແຈ່ມ
.
ນ້ອງເຣມາ ເກີດໃນວັນທີ 16 ກັນຍາ 2020 (ດ້ວຍວິທີການຜ່າຕັດ) ຢູ່ທີ່ໂຮງໝໍບີເອັນເອັສ
ໜ້າຮັກສຸດໆ ໜ້າຕາຫວານໆ ຫຼໍ່ແຕ່ນ້ອຍເລີຍ ແອັດຈອງເດີ້ 555
ຮູບພາບຈາກ: nat_nattasha, kuanjailao.com