
ຢ່າຫາເຮັດແບບນີ້! ແຊງກັນແບບນີ້ ອັນຕະລາຍສຸດ ສຸດທ້າຍເກີດເຫດ ລົດຕຳກັນ ຍ້ອນແຊງກັນບໍຫວິດ
18th September 2020ເຫັນພາບທີ່ຖືກເຜີຍແຜ່ ອົດຫ່ວງບໍ່ໄດ້ ການຂັບຂີ່ລົດເທິງທ້ອງຖະໜົນ ຄວນໃຫ້ກຽດເຊິ່ງກັນ ແລະ ກັນ ຕໍ່ໃຫ້ຟ້າວຝັ່ງແນວໃດກໍຄວນຄໍານຶງເຖິງຄວາມປອດໄພໄວ້ກ່ອນ
.
ເກີດເຫດ ລົດຕຳກັນ ແຊງກັນບໍຫວິດ ໃນວັນທີ 18.09.2020 ເວລາປະມານ13:30 ຢູ່ທີ່ ຫລັກ28 ບ້ານຜາສຸກ, ເມືອງໄຊທານີ ນະຄອນຫຼວງວຽງຈັນ !
.
ຈົ່ງພາກັນໃຫ້ກຽດ ໃນການຂັບຂີ່ ເທິງທ້ອງຖະໜົນ !!! ໃຫ້ເຫດການນີ້ເປັນອຸທາຫອນເດີ້ ຜິດພາດມາຍາມໃດ ອາດພາກຊີວິດສັບສິນທັງຕົນເອງ ແລະ ຄົນອື່ນແນ່ນອນ
ຈາກ: Lao Youth Radio FM 90.0 Mhz