
ຈິດໃຈເຮັດດ້ວຍຫຍັງ ແຟນໂຕເອງແທ້ໆ ຍັງກ້າເຮັດຂະໜາດນີ້!!
18th September 2020ສັງຄົມຢູ່ຍາກຂຶ້ນນັບມື້ ເຫດເສົ້າເກີດຂຶ້ນບໍ່ເວັ້ນແຕ່ລະວັນ ຫຼ້າສຸດ ເຫດສຸດສະເທືອນໃຈ ພົບຍິງສາວເສຍຊີວິດບໍ່ຮູ້ສາເຫດ ຫຼັງຈາກນັ້ນບໍ່ດົນ ເຈົ້າໜ້າທີ່ສືບຕາມຈັບໄດ້ແຟນໜຸ່ມຊາວຈີນເປັນຜູ້ກໍ່ເຫດເອງ.
ໃນວັນທີ 15 ກັນຍາ 2020 ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີຄົນເສຍຊີວິດ ຢູ່ ບ້ານວຽງສະຫວັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ 1 ຄົນ.
ຜູ້ເສຍຊີວິດ: ເປັນເພດຍິງ , ອາຍຸ 33 ປີ.(ສັນຊາດລາວ) (ສ່ວນສາເຫດຂອງການເສຍຊີວິດແມ່ນຢູ່ໃນລະຫວ່າງການສັນນະສູດຂອງເຈົ້າໜ້າທີຕຳຫຼວດ).
ຫຼ້າສຸດເຈົ້າຫນ້າທີ່ສາມາດຈັບຕົວຄົນຮ້າຍທີ່ກໍ່ເຫດໄດ້ແລ້ວ ພົບເປັນຊາວຈີນ ທັງສອງເປັນຄູ່ຮັກກັນ ສ່ວນລາຍລະອຽດແຮງຈູງໃຈໃນການກໍ່ເຫດນັ້ນເຈົ້າໜ້າທີ່ຍັງສືບສວນຢູ່.