
ຕາຢ້ານ ສາວໆເບິ່ງໄວ້! ເຮັດເລັບເຈວງາມແຕ່ຕອນເຮັດ ອັນຕະລາຍແບບນີ້ ຢ່າຫາເຮັດ!!!
19th September 2020ຫາກເວົ້າເຖິງເລື່ອງຄວາມສວຍງາມກໍ່ປະຕິເສດບໍ່ໄດ້ວ່າເປັນເລື່ອງທີ່ເອື້ອຍນ້ອງຍິງໃຫ້ຄວາມສໍາຄັນ ແລະ ປາຖະໜາຫາທີ່ສຸດ ກັບບາງຄົນອາດໂຊກດີມີບຸນ ໄດ້ຄວາມງາມມາແບບຈົບເຈືອມາແຕ່ເກີດ ແຕ່ບາງຄົນກໍ່ຕ້ອງໄດ້ຫາແນວມາເສີມແຕ່ງໃສ່ເພື່ອໃຫ້ໄດ້ມາເຊິ່ງຄວາມງາມທີ່ໂຫຍຫາ.
ແຕ່ທັງນີ້ທັງນັ້ນ ຄວາມງາມທີ່ຈະເສີມແຕ່ງໃສ່ນັ້ນກໍ່ຕ້ອງສຶກສາຫາຂໍ້ມູນໃຫ້ດີບໍ່ວ່າຈະເສີມແຕ່ງສ່ວນໃດຂອງຮ່າງກາຍລ້ວນມີຜົນກະທົບຕໍ່ຕົວທ່ານເອງທັງນັ້ນ ບໍ່ດັ່ງນັ້ນ ອາດເປັນດັ່ງສາວຄົນນີ້ທີ່ເຮັດເລັບເຈວ ແຕ່ຫຼັງແກະເລັບອອກເກືອບຮັບບໍ່ໄດ້ກັບສະພາບທີ່ເຫັນ.
ໂດຍຜູ້ໃຊ້ເຟສບຸກຊື່ ມົດແດງ ໄດ້ໂພສເລື່ອງເຕືອນໄພໄວ້ວ່າ: ຢ່າຫາເຮັດເດີຕໍ່ເລັບເຈວ ເລັບແທ້ລອກຫມົດ ຫລາບເລີຍ(ບໍ່ໄດ້ແກະເອງເດີ້ຮ້ານແກະໃຫ້), ຂ້ອຍບໍ່ກ້າໄປກິນເຂົ້ານຳໃຜດອກ, ສະພາບແບບນີ້ຜູ້ຍິງຈະເຂົ້າໃຈດີ.
ແນວໃດກໍ່ຕາມເລື່ອງນີ້ຂໍໃຫ້ເປັນອຸທາຫອນແກ່ສາວໆທັງຫຼາຍໃຫ້ມີສະຕິໃນການເສີມແຕ່ງຄວາມງາມຕ່າງໆເນີ້.