
ຊັອກວົງການຕະຫຼົກໄທ! ໂຣເບີດ ສາຍຄວັນເສຍຊີວິດແລ້ວດ້ວຍພະຍາດຮ້າຍແຮງ
19th September 2020ກ່ອນໜ້ານີ້ບໍ່ດົນ ເຊື່ອວ່າແຟນໜັງຕະຫຼົກ ຫຼື ແຟນລາຍການຕະຫຼົກຈະຮູ້ມາແລ້ວບໍ່ໜ້ອຍສໍາລັບຂ່າວອາການປ່ວຍຂອງ ໂຣເບີດ ສາຍຄວັນ ດາລາຕະຫຼົກຂອງປະເທດໄທ ທີ່ປ່ວຍເປັນມະເຮັງປອດ.
ປ່ວຍເປັນມະເຮັງປອດ ແລະ ວັນນະໂລກ
ແຕ່ຜ່ານມາບໍ່ເທົ່າໃດມື້ ຜູ້ເປັນເມຍຂອງໂຣເບີດໄດ້ອອກມາຖະແຫຼງວ່າບໍ່ພົບເຊື້ອມະເຮັງໃນຕົວຂອງຜູ້ກ່ຽວແລ້ວ ແຕ່ຍັງມີວັນນະໂລກປອດຢູ່.
ສູ້ກັບຄວາມເຈັບປວດບໍ່ໄຫວແລ້ວ
ຫຼ້າສຸດ ຕອນຄໍ່າຂອງມື້ນີ້ ວັນທີ 19 ກັນຍາ 2020 ເພື່ອຮ້ວມວົງການ ດາລາໄທ ຕ່າງອອກມາໂພສພາບພ້ອມຂໍ້ຄວາມທີ່ສື່ໃຫ້ເຫັນວ່າໂຣເບີດສາຍຄວັນເສຍຊີວິດແລ້ວ ແລະ ຈາກທີ່ແອັດໄປຫາຂໍ້ມູນມາ ເປັນທີ່ແນ່ຊັດແລ້ວວ່າຜູ້ກ່ຽວເສຍຊີວິດແລ້ວດ້ວຍພະຍາດວັນນະໂລກປອດ.
ລາໂລກແລ້ວ