
ອີກແລ້ວ ພົບເດັກນ້ອຍ ກືນຫຼຽນ 1 ບາດ ຢູ່ບໍ່ແກ້ວ ນຳສົ່ງ ໂຮງໝໍ ມະໂຫສົດ
25th September 2020ຈາກຜູ້ໃຊ້ເຟດບຸກ Soudaphone Vangkonevilay ໄດ້ໂພສວ່າ:
ມື້ນີ້ ທີມງານ ແພດຫມໍ ພະແນກຫູດັງຄໍ ແລະ ທີມຫມໍ ວາງຢາສະຫລົບ ໂຮງຫມໍມະໂຫສົດ ໄດ້ຮ່ວມທີມກັນຊ່ວຍຄົນເຈັບ ກໍລະນີເດັກເພດຍີງ ອາຍຸ 1ປີ7ເດືອນ ກືນລ້ຽນ1ບາດ
.
ເດີ່ນທາງມາຈາກແຂວງບໍ່ແກ້ວ ຂອບໃຈທີມງານທີ່ຊ່ວຍກັນຈົບສຳເລັດ
.
ເປັນອີກໜຶ່ງເຫດການທີ່ບໍ່ຄວນເບິ່ງຂ້າມ ກ່ຽວກັບການຫຼິ້ນຂອງຫຼິ້ນ ຄວນເບິ່ງໃຫ້ເໝາະສົມກັບໄວຂອງເດັກພ້ອມ ວ່າເພິ່ນຈະອົມ, ຈະເປັນອັນຕະລາຍກັບເພິ່ນຫຼືບໍ່ ດັ່ງກໍລະນີນີ້ ທີ່ກືນຫຼຽນລົງໄປນັ້ນລະ ຝາກໄວ້ເດີ້ ສຳລັບໃຜທີ່ມີລູກນ້ອຍ ລ້ຽງຄັນນ້ອຍ