
ດ່ວນ! ລົດຕ່າງໝູປີ້ນຢູ່ເຂດພູເກົ້າຫຼັກ ທັງຄົນທັງໝູເສຍຊີວິດກອງກັນ
29th September 2020ອຸບັດເຫດເປັນສິ່ງທີ່ບໍ່ມີໃຜຢາກໃຫ້ເກີດ ແຕ່ມັນກໍ່ປາສະຈາກບໍ່ໄດ້ ເພາະບໍ່ມີໃຜຮູ້ລ່ວງໜ້າວ່າເຫດຮ້າຍຈະເກີດຂຶ້ນກັບຕົນເອງເມື່ອໃດ ແຕ່ເມື່ອເກີດຂຶ້ນກໍ່ມີຄວາມສູນເສຍຕາມມາ ດັ່ງກໍລະນີຫຼ້າສຸດນີ້ ລົດຕ່າງໝູປີ້ນ ເຮັດໃຫ້ມີທັງຄົນເສຍຊີວິດ ແລະ ໝູອີກຫຼາຍໂຕຕາຍ.
ລົດໝູປີ້ນ
ເຫດການດັ່ງກ່າວເກີດຂຶ້ນໃນຕອນເຊົ້າມື້ນີ້ (29/9/2020) ເກີດເຫດລົດຂົນຫມູເສຍຫລັກປິ້ນຢູ່ທາງຂຶ້ນພຸູ 9 ຫລັກ, ເຊິ່ງໃນລົດພົບຜູ້ເສຍຊີວິດ 2 ຄົນອາດຈະເປັນ ຜົວ-ເມຍກັນ ຕິດຢູ່ໃນລົດຍັງເອົາອອກບໍ່ທັນໄດ້.
ອິຕົນທັງຄົນທັງໝູ
ຂະນະດຽວກັນໝູທີ່ຕ່າງມາກໍ່ຕາຍກອງກັນຢູ່ແຄມທາງເຊັ່ນກັນ, ສ່ວນລາຍລະອຽດອື່ນໆແອັດຈະມາລາຍງານເພີ່ມອີກພາຍຫຼັງ.
ຂໍ້ມູນຈາກ: ຂ່າວລາວ