
ຮັກຕ່າງໄວ ຫົວໃຈດຽວກັນ ຂໍໃຫ້ເປັນຜົວແກ້ວເມຍທິບເດີ້
29th September 2020ຄູ່ນີ້ມາແຮງແຊງໂຄ້ງ ເພິ່ນວ່າເປັນບ່າວສາວລາວທາງສະຫວັນນະເຂດ ໃພ້ໄວ 60 ກັບບ່າວ 25 ສັງຄົມຈະເບິ່ງແບບໃດບໍ່ສຳຄັນເທົ່າສອງໃຈຮຮັກໝັ້ນໃນຊີວິດຄູ່.
ງານນີ້ເພິ່ນບອກວ່າ ເປັນບ່າວຜັກຂະ ກັບສາວຈຳພອນ ຄູ່ຮັກແທ້ຈິງບໍ່ແມ່ນການສະແດງບໍ່ມີການເສີມເຕີມແຕ່ງຫາກເປັນໃຈຮັກຈີງຈາກທັງສອງວ່າຊ້ານ!!
ບໍ່ມີຫຍັງຈະເວົ້ານອກຈາກຂໍສະແດງຄວາມຍິນດີ ກັບສາວ 60 ກັບ ບ່າວ 25 (ບ່າວຜັກຂະ ກັບສາວຈຳພອນ) ຂໍໃຫ້ມີຄວາມສຸກຮັກກັນຫມັ້ນຍືນ ….ຫມັ້ນໄວ້ກ່ອນແຕ່ງຕາມຫຼັງບໍເປັນຫຍັງນໍ!!!
ເລື່ອງລາວໜ້າຍິນດີແບບນີ້ບໍ່ແມ່ນຫາກໍ່ເກີດຂຶ້ນ ແຕ່ຄວາມຈີງໃນສັງຄົມມີຫຼາຍ ໂດຍສະເພາະສາວນ້ອຍກັບບ່າວເຫີ່ມກຳລັງສຸກງອມ, ສ່ວນສາວໃຫຍ່ກັບບ່າວນ້ອຍເຖິງຈະມີໜ້ອຍ ແຕ່ກໍ່ນັບຖືໃນຄວາມຮັກຂອງເພິ່ນ ຂໍໃຫ້ຮັກກັນໄປຍາວໆເດີ້ທັງສອງ