
ຄໍາເວົ້າສຸດບີບຫົວໃຈ! ເປັນຄ່ຳຄືນທີ່ຫງອຍເຫງົາທີ່ສຸດໃນຊີວິດ ຈາກອາຈານໂກສິນເຖິງເມຍທີ່ຮັກ
30th September 2020ດັ່ງທີ່ຫຼາຍທ່ານຮັບຮູ້ກັນແລ້ວຕໍ່ກັບການເສຍຊີວິດຂອງແມ່ຕູ້ແປງ ໜູຫ່ວງ ພັນລະຍາຂອງອາຈານໂກສິນໜູຫ່ວງ ທີ່ເພິ່ນຫາກໍ່ລ່ວງລັບໄປເມື່ອວັນທີ 23 ກັນຍາ 2020 ທີ່ຜ່ານມາ ດ້ວຍພະຍາດຂອງເພິ່ນເອງ.
ດ້ວຍໄລຍະເວລາທີ່ເພິ່ນຈາກໄປຍັງຖືເປັນເຫດການທີ່ເກີດຂຶ້ນແບບສົດໆຮ້ອນໆ ດັ່ງນັ້ນ ຜູ້ທີ່ຍັງຄົງເສຍໃຈ ແລະ ຄິດຮອດຫາເພິ່ນທີ່ສຸດກໍ່ຕ້ອງແມ່ນຄອບຄົວ ໂດຍສະເພາະຜູ້ເປັນຄູ່ຊີວິດຂອງແມ່ແປງ ນັ້ນກໍ່ຄື ອາຈານ ໂກສິນ ໜູຫ່ວງ.
ຄິດຮອດຫາຄູ່ຊີວິດທີ່ເຄີຍຄຽງຂ້າງ
ຫຼ້າສຸດ ໃນຄໍ່າຄືນວັນທີ 29 ກັນຍາ ຜ່ານມາ ອາຈານໂກສິນ ໜູຫ່ວງ ໄດ້ໂພສຂໍ້ຄວາມເສົ້າຜ່ານເຟສບຸກສ່ວນຕົວຂອງເພິ່ນວ່າ ເປັນຄ່ຳຄືນທີ່ຫງອຍເຫງົາທີ່ສຸດໃນຊີວິດ.
ແຟນເພຈທີ່ຮັກແພງ ເມື່ອແອັດໄດ້ອ່ານ ແລະ ຮັບຮູ້ຄໍາເວົ້າຂອງອານໂກສິນແລ້ວ ຮັບຮູ້ໄດ້ເລີຍເຖິງຄວາມຄິດຮອດ ແລະ ອາໄລຫາເມຍຜູ້ເປັນທີ່ຮັກ, ແນວໃດກໍ່ຕາມທີມຂ່າວຂອງພວກເຮົາຂໍເປັນອີກກໍາລັງໃຈໃຫ້ຄອບຄົວຂອງອານຈານຜ່າເລື່ອງໂສກນີ້ໄປໄດ້ໂດຍໄວ.