
ອອກພັນສາແລ້ວ ຈະບູຊາພະນາກນາກແບບໃດຈິ່ງໄດ້ບຸນ?
1st October 2020ເປັນປະເພນີມາແດ່ດຶກດຳບັນແລ້ວ ເມື່ອຮອດບຸນອອກພັນສາປະວໍລະນາແຕ່ລະປີ, ຄົນລາວເຮົາ ຕ່າງກໍ່ພາກັນໄຫລເຮືອໄຟ ບູຊາແມ່ນໍ້າ ໂດຍເຊື່ອວ່າມີສິ່ງສັກສິດຢູ່ໃຕ້ນໍ້າ ນັ້ນກໍ່ຄື ພະຍານາກ, ແຕ່ໃນທາງວິທະຍາສາດ ໃຫ້ຄວາມໝາຍຂອງຄຳວ່າ ນາກທີ່ແທ້ຈິງຄືຜູ້ທີ່ນັບຖືສາສະໜາ, ເປັນຜູ້ທີ່ຖືສິນຖືທຳ.
ພະ ຫລັກຄຳ ໂພທິປັນຍານັນທິ ຫລື ປອ ດາວສະເດັດ ເລີດມະນີ ກຳມະການສູນກາງ ອພສ, ຮອງຫົວໜ້າກຳມາທິການຕ່າງປະເທດ ອພສ, ເຈົ້າອະທິການວັດໃໝ່ໂຊກຄຳ ອະທິບາຍວ່າ: ນາກ ຕິດພັບກັບພຸດທະສາສະໜາໂດຍກ່າວກັນວ່າ:ຄັ້ງເມື່ອຄາວພະພຸດທະເຈົ້າຈະຕັດສະຮູ້ນັ້ນ ໄດ້ມີພະຍານາກມຸດຈະ ຣິນ ລອຍຂຶ້ນມາຂົດໂຕໃຫ້ພະພຸດທະເຈົ້ານັ່ງ ແລະ ບັງບໍ່ໃຫ້ຝົນຖືກພະພຸດທະເຈົ້າ.
ສ່ວນວ່ານາກ ຕິດພັນກັບຊົນຊາດລາວໂດຍປາກົດມີນາກ 15 ຕະກຸນສ້າງເມືອງວຽງຈັນ ຈຶ່ງເຮັດໃຫ້ຄົນລາວນັບຖືທີ່ສຸດວ່ານາກເຫລົ່ານີ້ເປັນຜູ້ອຸປະຖຳບຳລຸງ ແລະ ສົ່ງເສີມພະພຸດທະສາສະໜາ ແລະ ຄົນລາວເຮົາເກືອບ 90% ເຊື່ອວ່າພະຍານາກ ມີຈິງທີ່ປາກົດກາຍຂຶ້ນມາຕິດພັນກັບພຸດທະສາສະໜາ. ເຮົາຈະສັງເກດເຫັນວ່າຢູ່ວັດວາອາ ຣາມໂດຍສະເພາະຢູ່ໃນສິມ, ຫໍແຈກ, ຂັ້ນໄດ ແລະ ບໍລິເວນອື່ນໆໃນວັດ ມີທັງຮູບແຕ້ມ ແລະ ຮູບປັ້ນໂຕນາກ
ໂດຍເຊື່ອວ່າຮູບນາກຄືຜູ້ຮັບໃຊ້ພະພຸດທະສາສະໜາ ເພາະວ່າໃນສະໄໝພຸດທະການນັ້ນ,ພະຍານາກໄດ້ປອມໂຕເປັນຄົນເຂົ້າມາຂໍບວດ ແລະ ເມື່ອໄດ້ບວດແລ້ວມີມື້ໜຶ່ງຮ່າງກາຍກໍ່ກັບມາເປັນນາກຄືເກົ່າ.ເມື່ອເປັນແນວນັ້ນ, ພະພຸດທະເຈົ້າ ຈຶ່ງໄດ້ຮ້ອງມາຖາມວ່າ:ເຈົ້າເປັນສັດເດຍລະສານບໍ່? ພະຍານາກກໍ່ຕອບວ່າ ແມ່ນແລ້ວຂະນ້ອຍເປັນສັດເດຍລະສານ.ພະພຸດທະເຈົ້າຕັດວ່າ: ຖ້າເປັນສັດເດຍລະສານ ເຈົ້າບໍ່ສາມາດຈະບວດໃນທາງພຸດທະສາສະໜາໄດ້, ແຕ່ເຈົ້າສາມາດຮັກສາສິນ 5 ຫລື ຮັບໃຊ້ພຸດທະສາສະໜານີ້ໄດ້.
ຄຳວ່າ ນາກທີ່ແທ້ຈິງຄືຜູ້ທີ່ນັບຖືສາສະໜາ, ຜູ້ທີ່ຖືສິນຖືທຳ ແລະ ເມື່ອອອກພັນສາແລ້ວຢູ່ສະຖານທີ່ຕ່າງໆໂດຍສະເພາະຕາມລຳແມ່ນ້ຳຂອງ, ບາງບ່ອນຈະເຫັນແສງໄຟຂຶ້ນ ຫລືຕາມໜອງຕາມບຶງທີ່ຫລາຍ ຄົນເຊື່ອກັນວ່າ ບັ້ງໄຟພະຍານາກ, ແຕ່ຫລັກວິທະຍາສາດແລ້ວບໍ່ທັນພິສູດໄດ້ 100% ວ່າແມ່ນບັ້ງໄຟພະ ຍານາກ ໝາຍຄວາມການທີ່ເຫັນແສງໄຟຂຶ້ນກາງນ້ຳຂອງ ຫລື ຕາມໜອງຕາມບຶງນັ້ນອາດຈະເປັນແກ໊ສທຳມະຊາດ.
ແນວໃດກໍ່ດີ ປາກົດການນີ້ມັກເກີດຂຶ້ນໃນເດືອນ 11 ເພັງ ຊຶ່ງເປັນມື້ອອກພັນສາ ດັ່ງທີ່ເຮົາຮູ້ ຈັນທະລະຄະຕິມື້ດວງຈັນເຕັມດວງ ຕາມຫລັກວິທະຍາສາດມັນຈະດູດ ແລະ ໂລກກັບດວງຈັນຈະມີຄວາມ ສຳພັນກັນດັ່ງນັ້ນ ຖ້າວ່າມີສິ່ງລຶກລັບ ຫລື ສິ່ງທີ່ມີຊີວິດບາງອັນຈະເກີດປະຕິກີລິຍາທາງທຳມະຊາດຈະເປັນແສງໄຟອອກມາເພາະວ່າສັດທາງພຸດທະສາສະໜານີ້ມີ 4 ຢ່າງຄື ສັດທີ່ເປັນຄົນ, ສັດສີ່ຂາ, ສັດທີ່ບໍ່ມີຂາ ແລະ ສັດທີ່ເກີດຂຶ້ນມາໃນເວລາໃດໜຶ່ງເອີ້ນວ່າ: ເທວະດາ
ຊຶ່ງພະພຸດທະເຈົ້າຍັງເທດວ່າ: ເທວະດາ ອາດຈະເປັນນາກ, ອາດຈະເປັນສິ່ງສັກສິດທັງຫລາຍທັງປວງດັ່ງນັ້ນກໍ່ຂໍໃຫ້ພິຈາລະນາຕາມຄວາມເຊື່ອຂອງບຸກຄົນ. ແນວໃດກໍ່ດີ ຄວາມເຊື່ອເຫລົ່ານັ້ນຂໍໃຫ້ຜະໜວກເຫດຜົນຕາມຫລັກພຸດທະສາສະໜາຂໍໃຫ້ມີສິນເປັນປົກກະ ຕິ, ມີສັດທາ ເຊື່ອໝັ້ນຫລັກຄຳສອນ ແລະ ເຊື່ອໝັ້ນຕາມແນວທາງນະໂຍບາຍຂອງພັກ-ລັດຖະບານແລະ ເປັນວິທະຍາສາດ ທີ່ເຊື່ອວ່ານາກນັ້ນມີຈິງ ຊຶ່ງນາກ ທາງວິທະຍາສາດນັ້ນແມ່ນນາກທີ່ມີສິນມີທຳ, ເປັນຜູ້ເຄົາລົບນອບນ້ອມ, ເຊື່ອຖື ຖ້າໃຜບູຊາພະຍານາກ ກໍ່ໃຫ້ບູຊາແບບທຳມະຊາດເປັນຕົ້ນກ້ວຍ, ອ້ອຍທີ່ເປັນທຳມະຊາດ ບໍ່ໃຫ້ເປັນປລາສະຕິກ ບູຊາຕາມລຳແມ່ນ້ຳຂອງ ນາກກໍ່ຈະເປັນຊື່ວ່ານາກແທ້ຈິງ, ຖ້າບຸກຄົນໃດທຳລາຍທຳມະຊາດ ເອົາປລາສະຕິກ ມາບວງສວາງສິ່ງບໍ່ຖືກຕ້ອງ ຫລື ວ່າເຮັດໃຫ້ແມ່ນ້ຳເປື້ອນ ນາກເຫລົ່ານັ້ນກໍ່ຈະບໍ່ຢູ່ໃນແມ່ນ້ຳ ບູຊາຫລາຍເທົ່າໃດກໍ່ຈະບໍ່ໄດ້ບຸນ.
ພະ ຫລັກຄຳ ກ່າວຕື່ມວ່າ: ການບູຊາທີ່ແທ້ຈິງ ຄືການບູຊາທີ່ຖືກຕ້ອງຄື ສິ່ງທີ່ບູຊາຕ້ອງບູຊາຢ່າງວິທະຍາສາດ ບູຊາດ້ວຍທຳມະຊາດ ໂດຍສະເພາະຕົ້ນກວ້ຍ, ຕົ້ນອ້ອຍ ທີ່ສາມາດລະລາຍໄດ້ງ່າຍ,ຖ້າເອົາປລາສະຕິກ ຫລື ໂຟມມາໃສ່ສິ່ງຂອງບູຊາແມ່ນ້ຳ ມັນຈະລະລາຍຍາກ ເຮັດໃຫ້ແມ່ນໍ້າເປື້ອນ ສິ່ງສັກສິດທີ່ເຮົາເຊື່ອຖືກໍ່ຈະບໍ່ຢູ່ ລວມທັງປູປານານ້ຳທີ່ອາໄສ່ຢູ່ແມ່ນ້ຳ ກໍ່ຈະສູນຫາຍ.
ທີ່ມາ: ຂປລ