
ດ່ວນ! ປະຊາຊົນແຈ້ງ ພົບຊາຍຕ່າງຊາດນອນຊັກໝົດສະຕິຢູ່ແຄມທາງ ບໍ່ມີໃຜກ້າເຂົ້າໃກ້ ແລະ ບໍ່ຮູ້ວ່າມາຈາກໃສ
5th October 2020ນັບເປັນເຫດການທີ່ສ້າງຄວາມຕົກໃຈໃຫ້ກັບຜູ້ພົບເຫັນບໍ່ໜ້ອຍ ສໍາລັບເຫດການບໍ່ຄາດຄິດ ພົບຊາວຕ່າງຊາດນອນໝົດສະຕິ ພ້ອມມີອາການຊັກຢູ່ແຄມທາງເຂດວົງວຽນບ້ານໂພນຕ້ອງສະຫວາດ ນະຄອນຫຼວງວຽງຈັນ.
ເຫດການດັ່ງກ່າວແມ່ນເກີດຂຶ້ນແບບສົດໆຮ້ອນໆໃນຕອນຄໍ່າຂອງມື້ນີ້ ວັນທີ 5 ຕຸລາ 2020 ໂດຍມີຜູ້ໃຊ້ເຟສບຸກລາຍໜຶ່ງອອກມາໄລຟສົດກ່ຽວກັບເຫດການນີ້.
ພົບຢູ່ເຂດໜ້າຮ້ານນີ້
ເຊິ່ງພາຍໃນໄລຟສົດ ພົບເຫັນຊາຍຕ່າງຊາດໃສ່ໂສ້ງແຂນຍາວ ເສື້ອແຂນຍາວ ພ້ອມໃສ່ໝວກກັນນັອກນອນໝົດສະຕິຢູ່ ຂະນະທີ່ທາງຂ້າງມີກະເປົາ 2ໜ່ວຍວາງຢູ່ ເຊິ່ງຕອນນີ້ບໍ່ມີໃຜຮູ້ໄດ້ວ່າຜູ້ກ່ຽວເປັນຫຍັງ ຫຼື ເປັນໃຜມາຈາກໃສ ຂະນະນີ້ລໍຖ້າການຊ່ວຍເຫຼືອຢູ່.
ແນວໃດກໍ່ຕາມ ສ່ວນຂໍ້ມູນລາຍລະອຽດອື່ນໆ ແລ້ວແອັດຈະມາລາຍງານຕື່ມພາຍຫຼັງ.